ຂ່າວສານ

ສີ​ສັນ​ທະ​ເລ​ໝູ່​ເກາະແຂວງ ກວາງ​ງາຍ ​ໃນ​ລະ​ດູ​ການທ່ອງ​ທ່ຽວ​ປີ 2026

ງານ​ບຸນ​ທ່ອງ​ທ່ຽວ​ທະ​ເລ​ໝູ່​ເກາະແຂວງ ກວາງ​ງາຍ ປີ 2026 ໄດ້​ດຳ​ເນີນ​ແຕ່​ເດືອນ ເມ​ສາ ຫາ​ທ້າຍ​ເດືອນ​ມິ​ຖຸ​ນາ 2026 ຢູ່ ຫຼາຍ​ທ້ອງ​ຖິ່ນ​ພາຍ​ໃນ​ແຂວງ, ດ້ວຍຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ເຊື່ອມ​ຕໍ່​​ທະ​ເລ​ໝູ່​ເກາະ​ກັບ​ເຂດ​ທົ່ງ​ພຽງ ແລະ ພູ​ຜາ​ປ່າ​ໄມ້.
  ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ຮັບ​ຊົມ​ການ​ແຂ່​ງ​ຂັນ​ຊ່ວງ​ເຮືອ​ຢູ່​ເຂດ​ພິ​ເສດ ຫຼີ​ເຊີນ (ພາບ: VOV)  
ງານ​ບຸນ​ຖືກ​ຈັດ​ຂຶ້ນ​ຕາມ​ຮູບ​ແບບ “ງານ​ບຸນ​ເປີດ”,​ສ້າງເປັນ​ລາຍ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ເຂດ​ນິ​ເວດ, ວັດ​ທະ​ນະ​ທຳຊຸມ​ຊົນ ແລະ ການ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ຢູ່​ແຂວງ ກວາງ​ງາຍ. ຈຸດ​ພົ້ນ​ເດັ່ນ​ ແມ່ນ​ລາຍ​ການ​ສິ​ລະ​ປະ​ໄຂ​ງານບຸນ ດ້ວຍ​ຫົວ​ຂໍ້ “ກວາງ​ງາຍ - ບົດ​ດົນ​ຕີ​ປະ​ສານ​ສຽງ​ແຫ່ງ​ທະ​ເລ​ໝູ່​ເກາະ”, ເຊິ່ງ​ຈະ​ດຳ​ເນີນ​ໃນ​ຕອ​ນ​ຄ່ຳ​ວັນ​ທີ 30 ພຶດ​ສະ​ພາ, ຢູ່​ສະ​ໜາມຫຼວງ ຟ້າມ​ວັນ​ດົ່ງ, ຕາ​ແສງ ເກີມ​ແທັ່ງ. ໃນ​ຂອບ​ເຂດ​ຂອງ​ງານ​ບຸນ ຈະ​ດຳ​ເນີນຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ ແລະ ການ​ເຄື່ອນ​ໄຫວ​ຕົວ​ຈິງ​ເຊັ່ນ: Carnival ສີ​ສັນ​ທະ​ເລ​ໝູ່​ເກາະ ກວາງ​ງາຍ; ລາຍການ​ສະ​ແດ​ງ​ສິ​ລະ​ປະ “ກວາງ​ງາຍ ບິນ​ຂຶ້ນ”; ງານ​ບຸນໂຄມ​ໄຟ “ມະ​ຫັດ​ສະ​ຈັນ​ຄ່ຳ​ຄືນ​ຢູ່​ປ່າ​ຕົ້ນ​ພ້າວ”; ເຂດ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ມໍ​ລະ​ດົກ​ທະ​ເລ​ໝູ່​ເກາະ ແລະ ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ແຂວງ ກວາງ​ງາຍ ປີ 2026./.

top