ຂ່າວສານ

ສີສັນ ຮ່າໂນ້ຍ ຜ່ານຄວາມງາມດ້ານສະຖາປັດຕະຍະກຳ ຝລັ່ງ

ໂດຍໄດ້ເຂົ້າມາ ຮ່າໂນ້ຍ ກ່ອນນີ້ 100 ປີ, ສະຖາປັດຕະຍະກຳ ເອີລົບ ພິເສດ ແມ່ນສະຖາປັດຕະຍະກຳ ຝລັ່ງ ຜ່ານມືຂອງບັນດາຊ່າງທ້ອງຖິ່ນ ໄດ້ນຳມາເຊິ່ງບັນດາຈຸດວັດທະນະທຳສະເພາະຂອງຫວຽດນາມ. ສອງສັດຕະວັດຜ່ານໄປພ້ອມກັບຊາວ ຮ່າໂນ້ຍ, ສະຖາປັດຕະຍະກຳ ຝລັ່ງ ຍັງບັນຈຸໃນນັ້ນໄປດ້ວຍ ຮູບພາບເຮືອນຢູ່ຂອງຊາວຮ່າໂນ້ຍ ນັ້ນແມ່ນພື້ນທີ່ເຊື່ອມຕໍ່ອະດີດຕະການ ແລະ ອະນາຄົດຂອງເຂດຕົວເມືອງທີ່ອຶກກະທຶກຄຶກໂຄມ ແຕ່ກໍ່ມີຄວາມງາມແບບເກົ່າແກ່ທີ່ສະຫງົບງຽບ.
  ໂຮງລະຄອນໃຫຍ່ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາກິດຈະກຳສັກຍາລັກຂອງນະຄອນຫລວງ ຮ່າໂນ້ຍ. (ພາບ:Quang Hùng/vovgiaothong.vn)  

“ສຳລັບຂ້າພະເຈົ້າແລ້ວຮ່າໂນ້ຍ ງາມທີ່ສຸດແມ່ນຍາມຮຸ່ງເຊົ້າ. ຂ້າພະເຈົ້າມັກໄປຊົມທິວທັດ ຮ່າໂນ້ຍ ໃນຊ່ວງເວລານີ້.  ຂ້າພະເຈົ້າເຫັນວ່າ ບັນດາຫລັງເຮືອນທີ່ເກົ່າແກ່ມີຈຸດຄວາມງາມດ້ານສະຖາປັດຕະຍະກຳສະເພາະ ດ້ວຍຫລັງຄາເຮືອນມຸງດິນຂໍສີທາທີ່ເກົ່າແກ່ ແລະ ບັນດາຜູ້ທີ່ດຳລົງຊີວິດໃນເຮືອນຫລັງນັ້ນ ອອກກຳລັງກາຍຢູ່ລະບຽງ ຫລື ຄວາມຮູ້ສຶກບັນຍາກາດສະຫງົບງຽບຂອງຖະຫນົນຫົນທາງ. ນັ້ນແມ່ນຈຸດສະເພາະຂອງ ຮ່າໂນ້ຍ”.

ອ້າຍ ຟ້າມວ່າງຈຽນ ຊາວ ຮ່າໂນ້ຍ ໄດ້ເວົ້າດ້ວຍຄວາມໃນໃຈຄືດັ່ງກ່າວ. ສຳລັບ ອ້າຍແລ້ວບັນດາເຮືອນຫລັງເກົ່າດ້ວຍການອອກແບບຈາກສະຖາປັດຕະຍະກຳຂອງ ຝລັ່ງ ດ້ວຍສີເຫລືອງເຂັ້ມຈືດທີ່ແຕກຕ່າງກັນໃນຖະຫນົນສາຍຕ່າງໆຢູ່ ຮ່າໂນ້ຍ ແມ່ມີຄວາມງາມທີ່ແຕກຕ່າງ.  ນັ້ນແມ່ນ ຮ່າໂນ້ຍ ຄວາມງາມ ເກົ່າແກ່ສະຫງົບງຽບ ຂອງຕົວເມືອງໃນເມື່ອກ່ອນ.

ຮ່າໂນ້ຍ ມີຄຸ້ມຖະຫນົນເກົ່າ ແລະ ຄຸ້ມຖະຫນົນ ຝລັ່ງ ຍັງຮັກສາຫລາຍກິດຈະກຳໂດຍໄດ້ຮັບຖືວ່າ ແມ່ນມໍລະດົກອັນລ້ຳຄ່າຂອງສະຖາປັດຕະຍະກຳ ນະຄອນຫລວງ. ກວ່າ 100 ປີກ່ອນນີ້ ສະຖາປັດຕະຍະກຳ ຝ່າຍຕາເວັນຕົກໃນນັ້ນ ມີສະຖາປັດຕະຍະກຳ ຝລັ່ງ ໄດ້ເຊື່ອມເຂົ້າ ຮ່າໂນ້ຍ ແຕ່ຊາວທ້ອງຖິ່ນ ໄດ້ຫັນເປັນສະຖາປັດຕະຍະກຳ ອິນດູຈີນ. ສະຖາປັດຕະຍະກຳ ຝລັ່ງ ຢູ່ ຮ່າໂນ້ຍ ມີບັນດາຈຸດທີ່ເປັນເອກະລັກສະເພາະ. ຜ່ານຫລາຍການປ່ຽນແປງຄວາມງາມດ້ານສະຖາປັດຕະຍະກຳນີ້ ຍັງຄົງໄດ້ຮັບການອະນຸລັກຮັກສາ ແລະ ເຮັດໃຫ້ຮູບພາບຕົວເມືອງທີ່ທັນສະໄຫມຂອງ ຮ່າໂນ້ຍ ຍິ່ງອຸດົມສົມບູນຂຶ້ນຕື່ມ. ນັກສະຖາປະນິກ ເຈີນຮູຍແອັງ ໃຫ້ຮູ້ວ່າ:

 “ຮ່າໂນ້ຍ ແມ່ນນະຄອນທີ່ມີປະຫວັດສາດພັດທະນາກວ່າ 100 ປີ ແລະ ຫັນເປັນຕົວເມືອງຕາມຮູບແບບ ຝ່າຍຕາເວັນຕົກ ແຕ່ໃນ100 ປີນັ້ນຢູ່ບັນດາໄລຍະທີ່ແຕກຕ່າງກັນ ກໍ່ໄດ້ສ້າງເປັນບັນດາຮູບແບບສະຖາປັດຕະຍະກຳທີ່ແຕກຕ່າງກັນ. ຮູບພາບບັນດາກິດຈະກຳຢູ່ໃນຄຸ້ມຖະຫນົນ ຝລັ່ງ ຫລື ຄຸ້ມຖະຫນົນເກົ່າຂອງ ຮ່າໂນ້ຍ ແມ່ນມີຫລາຍຮູບພາບສວຍງາມທີ່ໄດ້ເຕົ້າໂຮມເຂົ້າກັນ”.

  ວີນລາອອກແບບຕາມສະຖາປັດຕະຍະກຳ ຝລັ່ງ ຢູ່ ເລກທີ 49 ຖະຫນົນ ເຈີນຮຶງດ້າວ. (ພາບ:Quang Hùng/vovgiaothong.vn)  

ບັນດາເຮືອນທີ່ໄດ້ອອກແບບຕາມສະຖາປັດຕະຍະກຳ ຝລັ່ງ ໄດ້ກາຍເປັນແຫລ່ງເອກະສານ, ແຫລ່ງບັນດານໃຈໃຫ້ແກ່ນັກສິລະປິນປະດິດແຕ່ງຫລາຍຄົນ, ໃນນັ້ນ ມີນັກແຕ້ມ ບຸ່ຍກວາງຄຽມ, ແມ່ນຜູ້ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຖະຫນົນເກົ່າ ຮ່າໂນ້ຍ. ນັກຈິດຕະກອນ ບຸຍກວາງຄຽມ ໃຫ້ຮູ້ວ່າ:

 “ຖ້າຫາກ ຮ່າໂນ້ຍ ບໍ່ມີບັນດາຖະຫນົນເກົ່າແກ່ ເວລານັ້ນ ນັກສິລະປິນຈະບໍ່ມີແຫລ່ງບັນດານໃຈເພື່ອປະດິດແຕ່ງ. ຖ້າວ່າ ນັກຈິດຕະກອນ ບຸ່ຍຊວນຝາຍ ບໍ່ເຫັນໄດ້ເຖິງຄວາມງາມນັ້ນປຸກຄຸນຄ່ານັ້ນຂຶ້ນ, ເປັນທີ່ຈະແຈ້ງວ່າ ທຸກຄົນອາດຈະຫລົງືມ. ບັນດາເຮືອນຫລັງເກົ່າແກ່ ຊື່ງນັກດົນຕີ ຈິ້ງກົງເຊີນ ແຕ່ງໃນບົດເພງ ຄິດຮອດລະດູໃບໄມ້ຫລົ່ນຢູ່ ຮ່າໂນ້ຍ ຫລື ບົດເພງ  ນ້ອງສາວໃນຖະຫນົນເກົ່າ ຮ່າໂນ້ຍ ຂອງນັກດົນຕີ ຟູກວາງ ແມ່ນສິ່ງທີ່ນຳມາເຊິ່ງຫລາຍຄວາມຮູ້ສຶກໃຫ້ແກ່ພວກເຮົາ. ບັນດາຮູບພາບນັ້ນ ແມ່ນມີຸດແຕກຕ່າງເພາະເມື່ອທຽບກັບຕົວເມືອງອື່ນ”.

ມີຫລາຍກິດຈະກຳສະຖາປັດຕະຍະກຳ ຝລັ່ງ ພາຍຫລັງ100 ປີຍັງຄົງຕົວ ໄດ້ກາຍເປັນພື້ນທີ່ມີຫລາຍສີສັນທີິ່ແຕກຕ່າງເພື່ອໃຫ້ປະຊາຊົນອາດສາມາດເຂົ້າເຖິງ ແລະ ຊອກຮູ້ກ່ຽວກັບສະຖາປັດຕະຍະກຳກໍ່ຄື ຊີວິດຂອງ ຮ່າໂນ້ຍ ໃນເມື່ອກ່ອນ. ນັ້ນແມ່ນ ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ນຳເອົາການອອກແບບດ້ວຍສະຖາປັດຕະຍະກຳ ຝລັ່ງ ເດີມ ເຊິ່ງໄດ້ຮັບການກໍ່ສ້າງແຕ່ປີ 1901 -1911 ໂດຍອີງໃສ່ການອອກຂອງໂຮງລະຄອນ Opera Garnier ຢູ່ ປາຣີ. ໂຮງລະຄອນໃຫຍ່ແມ່ນຫນຶ່ງໃນບັນດາໂຮງລະຄອນໃຫຍ່ສຸດຢູ່ ຫວຽດນາມ. ນີ້ແມ່ນບ່ອນດຳເນີນຫລາຍເຫດການສຳຄັນຂອງນະຄອນຫລວງ ຮ່າໂນ້ຍ ແລະ ມີຊື່ສຽງດ້ວຍບັນດາລາຍການສະແດງສິລະປະສະຖາບັນ…

ໃນຂະນະນັ້ນ  ມີວີລາ ຈຳນວນຫນຶ່ງຢູ່ຄຸ້ມຖະຫນົນເກົ່າ ກໍ່ໄດ້ຮັບການບູລະນະປະຕິສັຂອນກາຍເປັນພື້ນທີ່ວັດທະນະທຳ. ຕົວຢ່າງຄື ວີນລາ ຝລັ່ງ ເກົ່າ ຢູ່ ເລກທີ 49 ຖະຫນົນ ເຈີນຮຶງດ້າວ. ນັ້ນແມ່ນ ວີນລາແບບສວນຂອງທ່ານໍ ຊາວລັ່ງ ໄດ້ຮັບການກໍ່ສ້າງດ້ວຍບັນດາຊ່າງ ຫວຽດນາມ. ນັກສະຖາປະນິກ ຊາວ ຝລັ່ງ Emma Reix ໃຫ້ຮູ້ວ່າ:

 “ບັນດາ ວີນລາເກົ່າ ຢູ່ ຮ່າໂນ້ຍ ໄດ້ຮັບການກໍ່ສ້າງຄ້າຍຄືເຮືອສ່ວນຕົວຢູ່ເຂດຊົນນະບົດ ຝລັ່ງ. ໝາຍຄວາມວ່າ ບໍ່ໄດ້ກໍ່ສ້າງຕາມເຄືອຂ່າຍວາງແຜນຜັງທີ່ມີຢູ່ແລ້ວ. ມັນບໍ່ແມ່ນຮູບແບບເຮືອນຢູ່ຂອງເຂດຕົວເມືອງ ຫາກແມ່ນເຮືອນສວນ ຫລື ເຮືອນພັກຜ່ອນຕາກອາກາດ. ນອກນັ້ນ ວີນລາ ຢູ່ ຝລັ່ງ ທີ່ກໍ່ສ້າງຢູ່ບັນດາເຂດທີ່ແຕກຕ່າງກັນ ຈະນຳໃຊ້ວັດສະດຸຂອງເຂດນັ້ນ ແລະ ອອກແບບຕາມສະຖາປັດຕະຍະກຳຂອງເຂດນັ້ນ. ວີນລາຢູ່ ຮ່າໂນ້ຍ ກໍ່ມີຈຸດລັກສະນະຄ້າຍຄືກັນວິທີການກໍ່ສ້າງ ແລະ ວັດສະດຸກໍ່ເຊັ່ນດຽວກັນມີລັກສະນະເປັນເອກະພາບ ແລະ ສ່ວນຫລາຍແມ່ນໄດ້ຮັບການກໍ່ສ້າງດ້ວຍຫີນ”.

ບັນດາເຮືອນຫລັງເກົ່າຢູ່ ຮ່າໂນ້ຍ, ບັນດາວີນລາ ຫລື ກິດຈະກຳໄດ້ຮັບການອອກແບບຕາມສະຖາປັດຕະຍະກຳ ຝລັ່ງ ຄືແມ່ນຄວາມງາມແບບເກົ່າແກ່ ແລະ ສະຫງົບງຽບຂອງເຂດຕົວເມືອງທີ່ອຶກກະທຶກຄຶກໂຄມຢູ່ ຮ່າໂນ້ຍ. ເມື່ອຊົມບັນດາພື້ນທີ່ນີ້ ຫລາຍຄົນຢາກປີ້ນເວລາກັບຄືນ ໄປຊອກຮູ້ກ່ຽວກັບຊີວິດຂອງ ຊາວຮ່າໂນ້ຍ ໃນເມື່ອກ່ອນ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ຮັກເຂດດິນແດນນີ້ຫລາຍກວ່າອີກ.


top