ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ. ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).
ສິລະປະແຕ້ມໜ້າກາກ ໄດ້ປະກອບສ່ວນເຮັດໃຫ້ ໂຮ້ຍອານ ກາຍເປັນນະຄອນປະດິດສ້າງ ຂອງ UNESCO. ພາບ: ເອກະສານ ຈາກສູນວັດທະນະທຳ-ກິລາ, ວິທະຍຸກະ ຈາຍ ສຽງ-ໂທລະພາບ ໂຮ້ຍອານ
ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ. ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).
ນັກສິລະປິນ ຄົນນັ້ນຄື ທ່ານ ບຸ່ຍກຸ໋ຍຟອງ, ອາຍຸປະມານ 70 ປີ, ມີໃບໜ້າດຸດັນ ປະສົມກັບຄວາມທີ່ເຄີຍໄດ້ຜ່ານບັນຫາຊີວິດມາຫຼາຍແລ້ວ, ແຕ່ຍັງມີສິ່ງຕະຫຼົກຂົບຂັນ ແລະ ຫຼັກແຫຼມ ເຫັນແລ້ວແປກປະຫຼາດຫຼາຍ.
ທ່ານ ຟອງ ທຳອາຊີບແຕ້ມໜ້າກາກ ມາເປັນເວລາກວ່າ 40 ປີແລ້ວ. ສະໄໝຫາກໍປົດປ່ອຍພາກໃຕ້ ທ່ານ ຫາລ້ຽງຊີວິດ ດ້ວຍອາຊີບ ເຮັດຫົວສິງໂຕ, ແຕ່ທັນໃດນັ້ນ ກໍຫັນມາເປັນຜູ້ກຳກັບການສະແດງ “ຕ່ວງ” (ລີເກ). ໃນລະຫວ່າງມື້ ທີ່ທ່ານຕິດຕາມ ຄະນະເດີນທາງໄປສະແດງ, ບໍ່ພຽງແຕ່ເພື່ອປະຕິບັດ ຕາມຄວາມຝັນໄດ້ຂັບຕ່ວງເທົ່ານັ້ນ, ແຕ່ຍັງໄດ້ສົມໃຈ ກັບການຢູ່ ບໍ່ເປັນບ່ອນ ເປັນທີ່ຂອງຕົນ.
ນັກສິລະປິນ ບຸ່ຍກຸ໋ຍຟອງ-ຜູ້ໄດ້ແຕ້ມຮູບໜ້າກາກ ຢູ່ຄຸ້ມ ເມືອງເກົ່າ ໂຮ້ຍອານ ມາເປັນເວລາກວ່າ 40 ປີແລ້ວ. ພາບ: ແທງຮ່ວາ/VNP
ແຕ່ວ່າ ອາຊີບ ເປັນຜູ້ກຳກັບການສະແດງ ຕ່ວງ ກໍບໍ່ເຮັດໃຫ້ທ່ານຢູ່ ໄດ້ດົນ ຍ້ອນຄວາມຫຼົງໄຫຼ ໃນການແຕ້ມຮູບ ໄດ້ກະຕຸ້ນໃຫ້ ທ່ານ ກັບຄືນ. ແທນທີ່ຈະແຕ້ມຫົວສິງໂຕ ຄືເກົ່າ, ທ່ານໄດ້ແຕ້ມ ໜ້າກາກເຈ້ຍ. ວຽກງານທັງສອງນີ້ ເບິ່ງຄືວ່າ ບໍ່ມີຫຍັງ ກ່ຽວພັນ, ແຕ່ທີ່ຈິງ ມັນມີ ສາຍພົວພັນຕິດຕໍ່ເນື່ອງກັນ ເພາະເຕັກນິກການຕົບແຕ່ງ ຫົວສິງໂຕ ແລະ ການແຕ້ມໜ້າກາກ ຕ່ວງ ມີຄວາມຄ້າຍຄືກັນ ໃນດ້ານຮູບແບບ, ລວດລາຍ, ການຈັດໂຄງປະກອບ, ສີສັນ ແລະ ພິເສດແມ່ນລັກສະນະວາດພາບຄືນສູງ.
ທີ່ຄຸ້ມເມືອງເກົ່າ ໂຮ້ຍອານ, ນັກສິລະປິນ ບຸ່ຍກຸ໋ຍຟອງ ໄດ້ເປີດຫ້ອງ ສະຕູດີໂອ ຂະໜາດນ້ອຍ ໃສ່ຊື່ວ່າ “ໜ້າກາກ ແຫ່ງເວລາ” (The Timing Masks). ນີ້ແມ່ນບ່ອນທ່ານປະດິດແຕ່ງ, ທັງເປັນບ່ອນວາງສະແດງ, ແນະນຳ ແລະ ຂາຍໜ້າກາກ ໃຫ້ນັກທ່ອງທ່ຽວ.
ບໍ່ວ່າຈະແຕ້ມຫົວຂໍ້ໃດກໍ່ຕາມ, ໜ້າກາກ ລ້ວນແຕ່ມີລັກສະນະ ເຕັມໄປດ້ວຍສີສັນ ຂອງ ໜ້າກາກ ຕ່ວງ. ພາບ: ແທງຮ່ວາ/VNP
ໂຮງແຕ້ມຂະໜາດນ້ອຍ ຍາມໃດກໍມີຄວາມແອອັດ ຈາກຜູ້ ມາຢາມ ແລະ ຊື້ໜ້າກາກ, ໂດຍສະເພາະແມ່ນນັກທ່ອງທ່ຽວຕ່າງປະເທດ. ຜູ້ຄົນມາກັບ “ໜ້າກາກ ແຫ່ງເວລາ” ສ່ວນໜຶ່ງແມ່ນຍ້ອນ ຄວາມຢາກຮູ້ຢາກເຫັນ ກ່ຽວກັບພື້ນທີ່ ທີ່ໜ້າປະທັບໃຈ ຂອງ ສະຕູດີໂອ ແລະ ສ່ວນໜຶ່ງແມ່ນຍ້ອນເຈົ້າຂອງ ສະຕູດີໂອ ທີ່ມີພອນສະຫວັນ, ມັກມ່ວນ ແລະ ເອົາໃຈແຂກ ດ້ວຍການນັ່ງລົມກັນ ເປັນເວລາຫຼາຍຊົ່ວໂມງ ເພື່ອເວົ້າເຖິງ ຄວາມງາມ, ຄວາມແປກ ຂອງ ສິລະປະແຕ້ມໜ້າກາກ ຕ່ວງ ຢູ່ແຖບດິນ ກວາງ.
ເປັນຜູ້ທີ່ໄດ້ຮັບອິດທິພົນ ຢ່າງເລິກເຊິ່ງ ຈາກສິລະປະ ຕ່ວງ, ໂດຍສະເພາະແມ່ນສິລະປະ ການແຕ້ມໜ້າ ຂອງ ນັກສະແດງ ຕ່ວງ, ນັກສິລະປິນ ບຸ່ຍກຸ໋ຍຟອງ ໄດ້ນຳເອົາແຮງບັນດານໃຈນັ້ນ ເຂົ້າໃນເຕັກນິກ ການແຕ້ມໜ້າກາກເຈ້ຍ. ເພາະສະນັ້ນ, ບໍ່ວ່າຈະແຕ້ມຫົວຂໍ້ໃດກໍ່ຕາມ, ໜ້າກາກ ທີ່ແຕ້ມ ແມ່ນເຕັມໄປດ້ວຍສີສັນ ຂອງ ໜ້າກາກ ຕ່ວງ ກັບຮູບແບບ ການແຕ້ມ ທີ່ມີລັກສະນະວາດພາບຄືນສູງ, ມີລວດລາຍ, ສິ້ນສ່ວນປະກອບ ທີ່ຊັດເຈນ, ໂປ່ງໃສ ມີສີສັນປະຕິບັດ ເດັດຂາດຕາມ ທິດສະດີບວກ ແລະ ລົບ ໃນວັດຖຸທັງຫ້າ ທີ່ເປັນເຄົ້າກຳເນີດ ຂອງໂລກໂດຍ ບໍ່ເກີນ 5 ສີຕົ້ນຕໍຄື: ສີແດງ, ສີດໍາ, ສີຂາວ, ສີເຫຼືອງເຂັ້ມ ແລະ ສີຂຽວ.
ວຽກງານປະຈຳວັນຢູ່ ຫ້ອງສະຕູດີໂອ “ໜ້າກາກ ແຫ່ງເວລາ” ຂອງນັກສິລະປິນ ບຸ່ຍກຸ໋ຍຟອງ. ພາບ: ແທງຮ່ວາ/VNP
ໃນຫ້ອງ ສະຕູດີໂອ ຂອງ ນັກສິລະປິນ ບຸ່ຍກຸ໋ຍຟອງ, ນອກຈາກ ໜ້າກາກ ຕ່ວງ ທີ່ໄດ້ແຕ້ມຕາມແບບ ດັ້ງເດີມແລ້ວ ຍັງ ມີໜ້າກາກ ຫຼາຍອັນທີ່ທ່ານ ແຕ້ມໃນຫຼາຍຫົວເລື່ອງທີ່ ແຕກຕ່າງກັນເຊັ່ນ: ຮູບຄົນຫາບອາຫານຂາຍ, ຍິງສາວ, ທິວທັດໝູ່ບ້ານ, ມໍລະດົກ ໂຮ້ຍອານ, ຄວາມຮັກບ່າວສາວ, ຮູບຄົນ, ດອກໄມ້, ໃນນັ້ນມີທັງຮູບພາບ ມີລັກສະນະ ທັນສະໄໝ ແລະ ບໍ່ມີຕົວຕົນ... ແຕ່ທັງໝົດ ຕ່າງກໍມີ ລົດຊາດຂອງ ເຕັກນິກ ການແຕ້ມຮູບໜ້າກາກ ຕ່ວງ. ນັ້ນແມ່ນພອນສະຫວັນ ຂອງ ນັກສິລະປິນ ເມື່ອປາດຖະໜາຢາກປ່ຽນໃໝ່ຜົນງານ ການປະດິດແຕ່ງ ຂອງຕົນ ເພື່ອຕອບສະໜອງລົດນິຍົມຂອງນັກຫຼິ້ນ ແຕ່ຍັງຄົງຮັກສາໄວ້ໄດ້ຈິດໃຈ ແລະ ວັດທະນະທຳ ຂອງ ຊາວ ຫວຽດນາມ.
ນັກສິລະປິນ ບຸ່ຍກຸ໋ຍຟອງ ໃຫ້ຮູ້ວ່າ ສິລະປະແຕ້ມໜ້າກາກ ຕ່ວງ ແມ່ນວິທີ ແຕ້ມຮູບພື້ນເມືອງ ທີ່ເປັນເອກະລັກ ສະເພາະ ຂອງ ຊາວ ຫວຽດນາມ, ແຕກຕ່າງກັບການແຕ້ມຮູບໜ້າກາກ ລະຄອນລຳ ປະຈຳຊາດ ຂອງ ຈີນ ຫຼື ຮູບແຕ້ມໜ້າກາກ ອື່ນໆ ຢູ່ບັນດາປະເທດໃນພາກພື້ນຢ່າງຂາດຂັ້ນ.
ນັກສິລະປິນ ບຸ່ຍກຸ໋ຍຟອງ ກັບບັນດາໜ້າກາກ ທີ່ເປັນຜະລິດຕະພັນ ທີ່ມີຢູ່ໜຶ່ງດຽວ ຂອງຕົນ. ພາບ: ແທງຮ່ວາ/VNP
ນັກສິລະປິນ ບຸ່ຍກຸ໋ຍຟອງ ໃຫ້ຮູ້ວ່າ: “ໜ້າກາກ ຕ່ວງ ຫວຽດນາມ ໃຊ້ພຽງ 5 ສີ ເທົ່ານັ້ນ, ໃນຂະນະທີ່ໜ້າກາກ ລະຄອນ ລຳ ປະຈຳຊາດ ຂອງ ຈີນ ຈະໃຊ້ 8 -10 ສີ. ໃນການແຕ້ມຮູບ, ສິ້ນສ່ວນປະກອບ ແລະ ສີສັນ ຂອງ ໜ້າກາກ ລະຄອນ ລຳ ປະຈຳຊາດ ຂອງ ຈີນ ສາມາດປະສົມ ແລະ ຊ້ອນກັນໄດ້, ໃນຂະນະທີ່ໜ້າກາກ ຕ່ວງ ຈະມີສິ້ນສ່ວນປະກອບ ແລະ ສີສັນ ໄດ້ຖືກກໍານົດຢ່າງຈະແຈ້ງ”.
ສິ່ງທີ່ໜ້າສົນໃຈ ໃນການແຕ້ມໜ້າກາກ ຂອງ ນັກສິລະປິນ ບຸ່ຍກຸ໋ຍຟອງ ກໍຄື ທ່ານ ບໍ່ນຳໃຊ້ຮູບພາບ, ລວດລາຍທີ່ມີ ລັກສະນະ ດຸຮ້າຍ ເພື່ອການຕົກແຕ່ງ. ທ່ານ ຈະໃຊ້ແບບຕົກແຕ່ງ ທີ່ມີລັກສະນະ ມ່ວນຊື່ນສົດໃສ ແລະ ມີຄວາມໝາຍ ດ້ານມະນຸດສະທຳ, ເພາະວ່າທ່ານ ມີຄວາມຫວັງຢາກ ມຸ່ງສູ່ສິ່ງທີ່ຈົບງາມ ຊຶ່ງໃນນັ້ນ ຜູ້ຫຼິ້ນຈະມີຄວາມຮູ້ສຶກຮັກຫອມ, ສະຫງົບ ແລະ ບັນຈຸຫຼາຍສິ່ງຫຼາຍຢ່າງ ທີ່ຕັ້ງໜ້າໃນຊີວິດ.
ສະຕູດິີໂອແຕ້ມ “ໜ້າກາກ ແຫ່ງເວລາ” ແມ່ນຈຸດນັດພົບ ທີ່ນັກທ່ອງທ່ຽວນິຍົມ ເມື່ອມາເຖິງຄຸ້ມເມືອງເກົ່າ ໂຮ້ຍອານ. ພາບ: ແທງຮ່ວາ/VNP
ກວ່າ 40 ປີ ທີ່ຜ່ານມາ, ຈາກສີມື ທີ່ມີພອນສະຫວັນ ຂອງນັກສິລະປິນ ບຸ່ຍກຸ໋ຍຟອງ, ໜ້າກາກນັບຫຼາຍພັນອັນໄດ້ກຳເນີດ, ບໍ່ມີອັນໃດ ຄືກັບອັນໃດ, ໜ້າກາກ ແຕ່ລະອັນແມ່ນຜະລິດຕະພັນ ທີ່ມີຢູ່ໜຶ່ງດຽວ, ຊຶ່ງແມ່ນເລື່ອງລາວ ມີຄວາມໝາຍດ້ານມະນຸດສະທຳ ແລະ ດີງາມ ທີ່ຜູ້ສ້າງ ຢາກສົ່ງເຖິງຜູ້ຫຼິ້ນວ່າ ນັບມື້ນັບມີຫຼາຍຄົນ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບມໍລະດົກ, ທຳມະຊາດ, ວັດທະນະທຳ ແລະ ຜູ້ຄົນ ຂອງ ແຖບດິນ ກວາງ ຂອງຕົນ.
ບົດ: ແທງຮ່ວາ - ພາບ: ແທງຮ່ວາ ແລະ ເອກະສານ - ແປໂດຍ: ບິກລຽນ