ຂ່າວສານ

ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 2025

ວັນບຸນວິສາຂະບູຊາ ສະຫະປະຊາຊາດ ປີ 2025 (Vesak 2025) ດຳເນີນຢູ່ ນະຄອນ ໂຮ່ຈິມິນ ແຕ່ວັນທີ 6-8 ພຶດສະພາ ໄດ້ຢັ້ງຢືນຕໍ່ກັບປະຊາຄົມສາກົນກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະຫນາຂອງພັກ ແລະ ລັດ ຫວຽດນາມ. ເຫດການນີ້ກໍ່ເປັນການພິສູດໃຫ້ເຫັນພຶດຕິກຳຕົວຈິງຂອງຄວາມເສລີໃນການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ, ກ່ຽວກັບບັນດາບາດກ້າວທີ່ແທດຈິງໃນການຮັບປະກັນສິດທິມະນຸດ.
ມີຜູ້ແທນ 2.700 ທ່ານເຂົ້າຮ່ວມວັນບຸນວິສາຂະບູຊາ Vesak 2025, ໃນນັ້ນມີຜູ້ແທນສາກົນ 1.300 ທ່ານທີ່ມາຈາກ 85 ປະເທດ ແລະ ເຂດແຄ້ນ. (ພາບ:Vĩnh Phong/VOV5)

ມີຜູ້ແທນ 2.700 ທ່ານເຂົ້າຮ່ວມວັນບຸນວິສາຂະບູຊາ Vesak 2025, ໃນນັ້ນມີຜູ້ແທນສາກົນ 1.300 ທ່ານທີ່ມາຈາກ 85 ປະເທດ ແລະ ເຂດແຄ້ນ, ມີບົດປະກອບຄຳເຫັນກວ່າ 1.000 ບົດໄດ້ສະແດງໃຫ້ເຫັນຄວາມດຶງດູດຂອງຫນຶ່ງໃນບັນດາເຫດການວັດທະນະທຳສາສະຫນາສາກົນໃຫຍ່ສຸດໂດຍໄດ້ຮັບການຮັບຮູ້ຈາກ ສປຊ.

ນີ້ເປັນຄັ້ງທຳອິດນະຄອນໂຮ່ຈິມິນ ເປັນເຈົ້າພາບຈັດຕັ້ງວັນບຸນດັ່ງກ່າວ ແຕ່ແມ່ນຄັ້ງທີ 4 ຂອງຫວຽດນາມ ຊ່ວຍກຳນົດທີ່ຕັ້ງ ຫວຽດນາມໃນເວທີປາໄສພຸດທະສາສະຫນາສາກົນ.

ກຳນົດທີ່ຕັ້ງ ຫວຽດນາມ ໃນເວທີປາໄສພຸດທະສາສະຫນາສາກົນ

ໂດຍຫວນຄືນ ວັນບຸນວິສາຂະບູຊາ Vesak ສປຊ ຈັດຂຶ້ນ 3 ຄັ້ງຢູ່ ຫວຽດນາມ ກ່ອນນີ້, ພະມະຫາອາຈານ ທິກດຶກທ້ຽນ, ຮອງປະທານ ເລຂາທິການສະພາບໍລິຫານງານພຸດທະສາສະຫນາ ຫວຽດນາມ ໃຫ້ຮູ້ວ່າ: ປີ 2008 ວັນບຸນວິສາຂະບູຊາ ໄດ້ຮັບການຈັດຕັ້ງຢູ່ສູນກອງປະຊຸມແຫ່ງຊາດ ໝີດິ່ງ - ຮ່າໂນ້ຍ ໄດ້ຊ່ວຍໃຫ້ເພື່ອນມິດສາກົນເຫັນໄດ້ເຖິງການພັດທະນາຂອງປະເທດຊາດພາຍຫລັງດຳເນີນພາລະກິດແຫ່ງການປ່ຽນແປງໃຫມ່, ປະຕິຮູບ, ເປີດປະຕູ.

ປີ 2014 ແລະ  2019,  ວັນບຸນວິສາຂະບູຊາ Vesak ຈັດຕັ້ງຢູ່ ວັດໃຫຍ່ ສອງແຫ່ງນັ້ນແມ່ນ ວັດບາຍດິງ ຢູ່ ນິງບິ່ງ ແລະ ຕາມຈຸກ ຢູ່ ຮ່ານາມ ອັນໄດ້ສ້າງຂີດໝາຍປະທັບໃຈອັນເລິກເຊິ່ງໃນປະຊາຄົມໂລກກ່ຽວກັບຂອບຂະຫນາດ, ການພັດທະນາຂອງບັນດາຮາກຖານບູຊາຂອງສາສະຫນາພຸດ ຫວຽດນາມ.

ປີ 2025 ຫວຽດນາມຈັດຕັ້ງວັນບຸນດັ່ງກ່າວຢູ່ຮາກຖານສຶກສາບຳລຸງສ້າງຂອງສະມາຄົມພຸດທະສາສະຫນາ ຫວຽດນາມ ໄດ້ຊ່ວຍໃຫ້ເພື່ອນມິດສາກົນເຫັນໄດ້ຂອບຂະຫນາດ, ລະດັບພັດທະນາຂອງພຸດທະສາສະຫນາ ຫວຽດນາມໃນຍຸກສະໄຫມໃຫມ່, ເຫັນໄດ້ເຖິງຊີວິດຕົວຈິງກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາ, ກ່ຽວກັບຄວາມສະເໝີພາບລະຫວ່າງບັນດາສາສະຫນາໃນສັງຄົມ ຫວຽດນາມ. ພຸດທະສາສະນິກກະຊົນ ຟ້າມທິຫວີ ແປ່ງປັນວ່າ:

ວັນບຸນວິສາຂະບູຊາ Vesak ໄດ້ຮັບການຈັດຕັ້ງຂຶ້ນເພື່ອສະແດງໃຫ້ພຸດທະສາສະນິກກະຊົນທົ່ວໂລກມາເຕົ້າໂຮມຢູ່ທ່່ີນີ້. ພວກຂ້າພະເຈົ້າຂໍຂອບອົກຂອບໃຈລັດ ທີ່ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນ, ພຸດທະສາສະນິກກະຊົນມີວັນບຸນໃຫຍ່ຄືປະຈຸບັນ. ຂ້າພະເຈົ້າຮູ້ສຶກຕືນຕັ້ນໃຈທີ່ສຸດເມື່ອໄດ້ມີຫນ້າຢູ່ ນະຄອນໂຮ່ຈິມິນ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວຂອງວັນບຸນ”

ຢັ້ງຢືນຄວາມເອົາໃຈໃສ່, ສ້າງເງື່ອນໄຂຂອງລັດ ຫວຽດນາມ ສຳລັບການເຄື່ອນໄຫວດ້ານສາສະຫນາ

ໂດຍເປັນຄັ້ງທີ 4 ທີ່ຈັດຕັ້ງວັນບຸນໃຫຍ່ວິສາຂະບູຊາ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສາສະຫນາໃຫຍ່ຂອງ ສປຊ ຢູ່ ຫວຽດນາມ ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ອົງການສາສະຫນາເຂົ້າຮ່ວມການເຄື່ອນໄຫວສາກົນ.

ດ້ວຍຄວາມຫວັງຢາກສ້າງຄວາມປະທັບໃຈອັນດີງາມໃນໃຈຂອງເພື່ອນມິດສາກົນກ່ຽວກັບປະເທດຊາດ, ຊາວຫວຽດນາມ, ພາບພົດພຸດທະສາສະຫນາ ແລະ ວັດທະນະທຳ ຫວຽດນາມ, ລັດຖະບານ ໄດ້ພ້ອມກັບບັນດາກະຊວງ, ຂະແຫນງການ ທ້ອງຖິ່່ນຕັ້ງຫນ້າສົມທົບກັນ ຫນູນຊ່ວຍສະມາຄົມພຸດທະສາສະຫນາ ຫວຽດນາມ ໃນວຽກງານຈັດຕັ້ງວັນບຸນ. ລັດຖະບານໄດ້ຊີ້ນຳໃຫ້ກະຊວງຊົນເຜົ່າ ແລະ ສາສະຫນາ ສ້າງຕັ້ງຫນ່ວຍງານລະຫວ່າງຂະແຫນງ ລວມມີ ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການ ທ້ອງຖິ່ນ ເພື່ອແນະນຳ, ຫນູນຊ່ວຍສະມາຄົມພຸດທະສາສະຫນາຫວຽດນາມ.

ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນໃນພິທີໄຂວັນບຸນVesak 2025. (ພາບ:Vĩnh Phong/VOV5)

ເລ່ືອງຈັດຕັ້ງວັນບຸນໃຫຍ່ດັ່ງກ່າວສຳເລັດຜົນ ເປັນການສະແດງໃຫ້ເຫັນສະພາບຕົວຈິງໃນການຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກ,ລັດ ຫວຽດນາມ ກ່ຽວກັບການເຄົາລົບສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ; ຮັບປະກັນສ້າງເງື່ອນໄຂໃຫ້ການເຄື່ອນໄຫວອັນຊອບທຳຂອງບັນດາອົງການສາສະຫນາ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານສາສະຫນາຂອງປະຊາຊົນເຊື່ອຖືສາສະຫນາ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງໄດ້ເນັ້ນຫນັກໃນພິທີໄຂວັນບຸນໃຫຍ່ວ່າ:

“ພັກ, ລັດ ຫວຽດນາມ ຍາມໃດກໍ່ຕີລາຄາສູງ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາສາສະຫນາ, ໃນນັ້ນ ມີສາສະຫນາພຸດເຄື່ອນໄຫວໃນຂອບເຂດຂອງກົດໝາຍ ປະຕິບັດສະເຫມີຕົ້ນສະເຫມີປາຍນະໂຍບາຍ ເຄົາລົບ ແລະ ປົກປ້ອງສິດເສລີໃນການເຫລື້ອມໃສເຊື່ອຖືສາະຫນາຂອງປະຊາຊົນທຸກຄົນ ແລະ ຖືນັ້ນແມ່ນພື້ນຖານສຳຄັນເພື່ອສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”         

ສຳລັບພຸດທະສາສະນິກະຊົນ, ເຫດການສາສະຫນາ ການເມືອງພິເສດນີ້ແມ່ນໂອກາດຢັ້ງຢືນຄືນຈິດໃຈອັນຍິ່ງໃຫຍ່ຂອງພຸດທະສາສະຫນາຫວຽດນາມ ໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຄົາລົບ,ຕິດພັນ ພຸດທະສາສະຫນາຮ່ວມເດີນທາງພ້ອມກັບຊາດ ແລະ ສັງຄົມນິຍົມກວ່າອີກ.

ຢູ່ ຫວຽດນາມ, ພຸດທະສາສະຫນາ ຕິດພັນຢ່າງເລິກເຊິ່ງກັບປະຫວັດສາດແຫ່ງການສ້າງສາ ແລະ ຮັກສາປະເທດຊາດ. ພຸດທະສາສະຫນາໄດ້ກາຍເປັນພາກສ່ວນຫນຶ່ງບໍ່ອາດຕັດແຍກອອກຈາກຊີວິດດ້ານວັດທະນະທຳ, ຈິດວິນຍານຂອງຊາວ ຫວຽດນາມ. ເລື່ອງຄັ້ງທີ 4 ຈັດຕັ້ງວັນບຸນໃຫຍ່ Vesak ສຳເລັດຜົນ ໄດ້ສະແດງໃຫ້ເຫັນສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ ຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເຄົາລົບ ແລະ ປະຕິບັດຢ່າງສະເຫມີຕົ້ນສະເຫມີປາຍຈາກລັດ ຫວຽດນາມ.


top