ຕີລາຄາໃນບົດລາຍງານ, ທ່ານ Samir Dixit, ຜູ້ອຳນວຍການບໍລິຫານ Brand Finance ອາຊີ - ປາຊີຟິກ ໄດ້ຖືວ່າ, ຫວຽດນາມ ໄດ້ຄຸ້ມຄອງທຸກດ້ານກ່ຽວກັບຍຸດທະສາດໃຫ້ເປັນຢ່າງດີພໍສົມຄວນ, ພິເສດແມ່ນການເຊື່ອມໂຍງ ແລະ ເຊື່ອມຕໍ່ຂອງເຄື່ອງໝາຍການຄ້າ ແຫ່ງຊາດ ແລະ ບັນດາເຄື່ອງໝາຍການຄ້າພາຍໃນປະເທດ.
ຕາມບົດລາຍງານດັດຊະນີ “ສິດອຳນາດອ່ອນ” (Soft Power) ທົ່ວໂລກ (Brand Finance Global Soft Power Index Report) ປີ 2021 ທີ່ໄດ້ປະກາດຫວ່າງແລ້ວນີ້, ຫວຽດນາມແມ່ນປະເທດໜຶ່ງດຽວໃນອາຊຽນຂຶ້ນອັນດັບ ໃນຕາຕະລາງຈັດອັນດັບ “ສິດອຳນາດອ່ອນ” ທົ່ວໂລກ. ໃນຕາລະຕາຈັດອັນດັບ “ສິດອຳນາດອ່ອນ” ທົ່ວໂລກປີ 2021, ມີການຜັນປ່ຽນ, ຂຶ້ນເຖິງ 3 ລຳດັບ ເມື່ອທຽບໃສ່ປີກາຍນີ້, ຈາກລຳດັບ 50 ຂຶ້ນເຖິງ 47. ຍອດຄະແນນຂອງ ຫວຽດນາມ ແມ່ນ 33,8/100, ຢືນຢູ່ໜ້າຫຼາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄື: ຟີລິບປິນ, ກຳປູເຈຍ, ມຽນມາ ແລະ ຖັດຈາກ: ສິງກະໂປ, ໄທ, ມາເລເຊຍ ແລະ ອິນໂດເນເຊຍ.
Brand Finance ໄດ້ຕີລາຄາອິດທິພົນຊື່ສຽງປະເທດຂອງ ຫວຽດນາມ ໃນປີຜ່ານມາໄດ້ເພີ່ມຂຶ້ນ ສ່ວນຫຼາຍແມ່ນອີ່ງໃສ່ແຜນນະໂຍບາຍ ແລະ ການຮັບມືຢ່າງໄວຂອງລັດຖະບານ, ພິເສດແມ່ນການຊີ້ນຳໃນວຽກງານໜູນຊ່ວຍວິສາຫະກິດສ້າງສາ ແລະ ໂຄສະນາເຄື່ອງໝາຍທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ຄືຄວາມຂະຫຍັນຂັນເຄື່ອນ, ມານະພະຍາມຂອງ ວິສາຫະກິດ ຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນຄວາມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເມື່ອຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຢູ່ໃນລະດັບຕ່ຳ.
ຕີລາຄາໃນບົດລາຍງານ, ທ່ານ Samir Dixit, ຜູ້ອຳນວຍການບໍລິຫານ Brand Finance ອາຊີ - ປາຊີຟິກ ໄດ້ຖືວ່າ, ຫວຽດນາມ ໄດ້ຄຸ້ມຄອງທຸກດ້ານກ່ຽວກັບຍຸດທະສາດໃຫ້ເປັນຢ່າງດີພໍສົມຄວນ, ພິເສດແມ່ນການເຊື່ອມໂຍງ ແລະ ເຊື່ອມຕໍ່ຂອງເຄື່ອງໝາຍການຄ້າ ແຫ່ງຊາດ ແລະ ບັນດາເຄື່ອງໝາຍການຄ້າພາຍໃນປະເທດ.
(ແຫຼ່ງຄັດຈາກ VOV)