ຂ່າວສານ

ສິງ​ກະ​ໂປ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ທີ່ພວມມີການຢ້ຽມຢາມຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນເລື່ອງສິງກາໂປ ບໍ່ພຽງແຕ່ລ້ວນແຕ່ແມ່ນສະມາຊິກຂອງ ອາຊຽນເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືຫຼັກແຫຼ່ງ, ຮ່ວມເດີນທາງໃນວິວັດການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມອີກດ້ວຍ. ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍສືບຕໍ່ຫັນການພົວພັນ ຍຸດທະສາດ ຮອບດ້ານລະຫວ່າງສອງປະເທດເປັນລະອຽດໂດຍໄວຜ່ານການລົງນາມໃນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2025 – 2030.

ສ່ວນທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ເຫັນດີເປັນເອກະພາບຢ່າງສູງດ້ວຍບັນດາການກຳນົດທິດຍຸດທະສາດສຳຄັນໃຫ້ແກ່ການຮ່ວມມື ລະຫວ່າງສອງຝ່າຍໃນໄລຍະຈະມາເຖິງໂດຍທ່ານເລຂາທິການໃຫຍ່ ໂຕເລິມສະເໜີ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຊຸກຍູ້ການຮ່ວມມືດ້ານແຮງງານ ແລະ ພົບປະແລກປ່ຽນປະຊາຊົນ.

ແລະກໍ່ໃນຕອນບ່າຍວັນທີ 26 ມີນາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong. ທີ່ການເຈລະຈາ, ການນຳສອງທ່ານໄດ້ຕີລາຄາສູງບັນດາຜົນສຳເລັດໃນການຮ່ວມມືທີ່ພົ້ນເດັ່ນໃນທຸກຂົງເຂດໃນໄລຍະຜ່ານມາ, ເຫັນດີເປັນເອກະພາບຫວຽດນາມ ແລະ ສິງກະໂປ ຕ້ອງເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື, ດ້ວຍພື້ນຖານເສດຖະກິດທີ່ມີລັກສະນະສະໜັບສະໜູນເຊິ່ງກັນແລະກັນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈິ່ນແທັງເໝິນກໍ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong


top