ວັນທີ 02 ເມສາ, ກວ່າ 40 ປະເທດເຂົ້າຮ່ວມກອງປະຊຸມທາງໄກ ໂດຍທ່ານ Yvette Cooper ລັດຖະມົນຕີການຕ່າງປະເທດ ອັງກິດ ເປັນປະທານ, ແນໃສ່ປຶກສາຫາລືບັນດາມາດຕະການເປີດເສັ້ນທາງຂົນສົ່ງຜ່ານຊ່ອງແຄບທະເລ Hormuz ຄືນໃໝ່. ບັນດາການສົນທະນາໄດ້ດຳເນີນໂດຍບໍ່ມີການເຂົ້າຮ່ວມຂອງ ອາເມລິກາ.
ບັນດາກ່ຳປັ່ນຂົນສົ່ງສິນຄ້າຢູ່ອ່າວ, ໃກ້ກັບຊ່ອງແຄບທະເລ Hormuz ເມື່ອວັນທີ 11/3/2026 (ພາບເອກະສານ: REUTERS)
ຈາກສະພາບການຕົວຈິງ, ບັນດາປະເທດສຸມໃສ່ບັນດາມາດຕະການທາງການທູດ ແລະ ແຜນການປະສານສົມທົບສາກົນ, ລວມມີການລະດົມລວມບັນດາເຄື່ອງມືທາງການທູດ ແລະ ເສດຖະກິດ, ເຮັດໃຫ້ບັນດາວິສາຫະກິດ, ບັນດາບໍລິສັດປະກັນໄພ ແລະ ຕະຫຼາດພະລັງງານມີຄວາມອຸ່ນອ່ຽນໃຈ, ພ້ອມທັງຜັນຂະຫຍາຍບັນດາການເຄື່ອນໄຫວ ແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ລູກເຮືອປະມານ 20.000 ຄົນ ທີ່ຕິດຄ້າງໃນກ່ຳປັ່ນເກືອບ 2.000 ລຳ ຢູ່ຊ່ອງແຄບທະເລດັ່ງກ່າວ, ກໍຄືເພີ່ມທະວີການສົມທົບທົ່ວໂລກເພື່ອສາມາດເປີດຊ່ອງແຄບທະເລ Hormuz ຢ່າງປອດໄພ ແລະ ຍືນຍົງ.
ບັນດາແຜນການກູ້ຊ່ວຍກ່ຳປັ່ນທີ່ຖືກຕິດຄ້າງຢູ່ຊ່ອງແຄບທະເລ Hormuz ຈະໄດ້ນຳມາປຶກສາຫາລືໃນກອງປະຊຸມປະສານງານການທະຫານທົ່ວໂລກ, ຄາດວ່າຈະໄດ້ດຳເນີນໃນວັນທີ 07 ເມສາ ຈະມາເຖິງ, ຢູ່ Northwood, ທາງທິດຕາເວັນຕົກສ່ຽງເໜືອ ລອນດອນ, ພາຍໃຕ້ການເປັນປະທານຂອງກອງບັນຊາການທະຫານປະສົມປະຈຳການຂອງ ອັງກິດ.