ຂ່າວສານ

ສຳເລັດການວັກຊິນກັນ 1000 ເຂັ້ມທຳອິດໃນການທົດລອງສັກວັກຊິນ ກັນໂຄວິດ - 19 Nano Covax ໄລຍະທີ 3

      ທ່ານ ພັນໂທ, ຮອງສາດສະດາຈານ, ປ.ອ ຈືວັນເມັ້ນ, ຫົວໜ້າສູນທົດລອງ ແລະ ຊີວະສັງກັດ ວິທະຍາຄານ ເສນາຮັກ ໃຫ້ຮູ້ວ່າ ພາຍຫຼັງສັກວັກຊິນ 1 ໂດສ 25 mcg, ບັນດາຜູ້ອາສາສະໝັກມີສຸຂະພາບປົກກະຕິ
ພາບປະກອບ
      ວັນທີ 22 ມິຖຸນາ, ວິທະຍາຄານເສນາຮັກ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ບັນດາກົມກອງຄົ້ນຄ້ວາ ໄດ້ສຳເລັດການທົດລອງສັກວັກຊິນກັນໂຄວິດ - 19 ຈຳນວນ 1000 ເຂັມທຳອິດ ຂອງວັກຊິນກັນໂຄວິດ - 19 Nano Covax. ທ່ານ ພັນໂທ, ຮອງສາດສະດາຈານ, ປ.ອ ຈືວັນເມັ້ນ, ຫົວໜ້າສູນທົດລອງ ແລະ ຊີວະສັງກັດ ວິທະຍາຄານ ເສນາຮັກ ໃຫ້ຮູ້ວ່າ ພາຍຫຼັງສັກວັກຊິນ 1 ໂດສ 25 mcg, ບັນດາຜູ້ອາສາສະໝັກມີສຸຂະພາບປົກກະຕິ, ຄາດວ່າ ຮອດວັນທີ 30 ກໍລະກົດ ຈະສຳເລັດການເອົາຕົວຢ່າງເລືອກວິໄຈ ເພື່ອຕີລາຄາຄວາມສາມາດໃນການສ້າງພູມຕ້ານທານ, ຄາດວ່າ ຮອດກາງເດືອນກັນຍາ 2021 ຈະມີບົດລາຍງານໝາກຜົນຂໍ້ມູນ ກ່ຽວກັບຄວາມປອດໄພ ແລະ ການສ້າງພູມຕ້ານທານ ໃນມື້ທີ 42 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນ. ພາຍຫຼັງສັກວັກຊິນທົດລອງໃຫ້ແກ່ 1000 ຄົນຊຸດທຳອິດ ຂອງການທົດລອງສັກວັກຊິນ “made in Vietnam” ໄລຍະທີ່ 3, ວິທະຍາຄານເສນາຮັກ ຈະສືບຕໍ່ສັກທົດລອງໃຫ້ແກ່ 12.000 ຄົນ.
(ແຫຼ່ງຄັດຈາກ VOV)


top