ຂ່າວສານ

ສານ​ຂອງ ປະ​ທານ​ປະ​ເທດ ເລືອງ​ເກື່ອງ ​ເນື່ອງ​ໃນ​ໂອ​ກາດ ​ຫວຽດ​ນາມ ເປັນ​ເຈົ້າ​ພາ​ບ​ຈັດ​ພິ​ທີ​ເປີດ​ການ​ລົງ​ນາມ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ໃນສານ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືການຕ້ານອາດຊະຍາກຳທາງອິນເຕີເນັດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍປ້ອງກັນຄວາມສະຫງົບແຫ່ງຊາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມພ້ອມກັບປະຊາຄົມສາກົນ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງອິນເຕີເນັດ.
ທ່ານປະທານປະເທດ ເລືອງເກື່ອງ (ພາບ: VGP)

ໃນສານສະບັບ 1 ອອກວັນທີ 28 ກັນຍາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີຄວາມຍິນດີຕ້ອນຮັບແຂກສາກກົນທີ່ມານະຄອນຫຼວງ ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ ເພື່ອເຂົ້າຮ່ວມພິທີເປີດການລົງນາມໃນສົນທິສັນນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ດ້ວຍຫົວຂໍ້ “ຕ້ານອາດຊະຍາກຳທາງອິນເຕີເນັດ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປສູ່ອະນາຄົດ” ໃນວັນທີ 25 ແລະ 26 ຕຸລາ 2025. ໃນສານ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືການຕ້ານອາດຊະຍາກຳທາງອິນເຕີເນັດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍປ້ອງກັນຄວາມສະຫງົບແຫ່ງຊາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມພ້ອມກັບປະຊາຄົມສາກົນ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງອິນເຕີເນັດ. ເລື່ອງສະມັດຊາໃຫຍ່ ສປຊ ຮັບຮອງເອົາສົນທິສັນຍາ ຕ້ານອາດຊະຍາກຳທາງອິນເຕີເນັດ (ເດືອນທັນວາ 2024) ແລະ ຈັດພິທີເປີດການລົງນາມຢູ່ຮ່າໂນ້ຍ ແມ່ນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາຈິດໃຈຄວາມຮັບຜິດຊອບຂອງບັນດາປະເທດໃນການປົກປ້ອງເຄືອຂ່າຍອິນເຕີເນັດ - ຊັບສົມບັດລວມຂອງມວນມະນຸດ. ຫວຽດນາມ ປາດຖະໜາວ່າ ເຫດການນີ້ບໍ່ພຽງແຕ່ແມ່ນລະບຽບການນິຕິກຳເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອຊຸກຍູ້ການໂອ້ລົມສົນທະນາ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງບັນດາລັດຖະບານ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ກາຍເປັນເວທີປາໄສເພື່ອຊຸກຍູ້ການປະຕິບັດສົນທິສັນຍາຂອງ ສປຊ ແລະ ການຮ່ວມມືທົ່ວໂລກ ໃນການຕ້ານອາດຊະຍາກຳທາງອິນເຕີເນັດ.


top