ຂ່າວສານ

ສານເຈົ້າພໍ່ເຂົາໃຫຍ່ - ແຫ່ງສັກສິດເຊື່ອມຕໍ່ວັດທະນະທຳຢູ່ເກາະ ສີຊັງ

ສານແຫ່ງນີ້ແມ່ນສະຖານທີ່ສັກສິດທາງດ້ານຈິດໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວ. ເມື່ອຄຳຂໍໄດ້ປະກົດຜົນເປັນຈິງ, ເຂົາເຈົ້າໄດ້ກັບມາສົມມະນາຄຸນດ້ວຍການຖະຫວາຍໝາກໄມ້, ອາຫານ, ເປັດ, ໄກ່…

(ລຸງ ຍົງຍຸດ ຈະເລີນຈິດ, ຜູ້ຮັບຜິດຊອບຮັກສາຄວາມສະອາດ ແລະ ຮັບການບໍລິຈາກຢູ່ສານແຫ່ງນີ້ມາເປັນເວລາເກືອບ 40 ປີແລ້ວ)

ເມື່ອເວົ້າເຖິງປະເທດ ໄທພວກເຮົາຈະຄິດເຖິງວັດຄຳທີ່ສວຍງາມ. ແຕ່ໃນມື້ນີ້ພວກເຮົາຈະພ້ອມກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໄປຊອຫາສະຖານທີ່ທີ່ເປັນເອກະລັກສະເພາະ: ສານເຈົ້າພໍ່ເຂົາໃຫຍ່ ຢູ່ເກາະ ສີຊັງແຂວງ ຊົນບູຣີ. ນີ້ບໍ່ແມ່ນສານດັ້ງເດີມຂອງ ໄທຫາກເຂັ້ມຸ້ນໄປດ້ວຍສີສັນວັດທະນະທຳຂອງຊາວ ຈີນ. ບໍ່ຽງແຕ່ເທົ່ານັ້ນສານແຫ່ງນີ້ນີ້ຍັງແມ່ນບ່ອນໄປນະມັດສະການທີ່ມີຊື່ສຽງຂອງທັງຊາວ ໄທຊາວ ຈີນ ແລະ ແຂກທ່ອງທ່ຽວສາກົນອີກດ້ວຍ.

ສານເຈົ້າພໍ່ເຂົາໃຫຍ່ຕັ້ງຢູ່ເປີ້ນພູ ຄະຍາສີລະ, ຢູ່ເຂດເກາະ ສີຊັງ. ຢູ່ເຂດລຸ່ມຕີນພູມີສານບູຊາເຈົ້າແມ່ກວມອິມ, ສ່ວນຮູບປັ້ນຂອງ ເຈົ້າພໍ່ເຂົາໃຫຍ່ ຕັ້ງຢູ່ເທິງພູສູງ. ເພື່ອຂຶ້ນໄປສານແຫ່ງນີ້, ແຂກທ່ອງທ່ຽວສາມາດຍ່າງຂຶ້ນຂັ້ນໄດ ຫຼື ນຳໃຊ້ການບໍລິການລົດໄຟ (ກະເຊົ້າໄຟຟ້າ).

ຕາມການເລົ່າເລື່ອງຂອງ ລຸງ ຍົງຍຸດ ຈະເລີນຈິດ, ຜູ້ຮັບຜິດຊອບຮັກສາຄວາມສະອາດ ແລະ ຮັບການບໍລິຈາກຢູ່ສານແຫ່ງນີ້ມາເປັນເວລາເກືອບ 40 ປີແລ້ວ, ກ່ອນນີ້ນັບຮ້ອຍປີ, ມີຊາວ ຈີນ ມາຈາກເກາະ ໄຮໜານທີ່ ມີຊື່ວ່າ ອຶງອຸນເສັ້ນ ໄດ້ພົບເຫັນຮູບປັ້ນ ເຈົ້າພໍ່ເຂົາໃຫຍ່. ໃນຫຼາຍຄືນ, ເພິ່ນເຫັນມີແສງສະຫວ່າງມາແຕ່ຈອມພູ ເຈົ້າພໍ່ເຂົາໃຫຍ່, ແຫ່ງທີ່ບໍ່ມີເຮືອນປະຊາຊົນດຳລົງຊີວິດ. ສິ່ງນີ້ໄດ້ເຮັດໃຫ້ເພິ່ນໄປຊອກຫາຄວາມລັບນີ້. ສຸດທ້າຍ, ອຶງອຸນເສັ້ນ ຊອກເຫັນມີຖ້ຳໜຶ່ງຢູ່ເທິງພູ ຄະຍາສີລະ.

(ລຸງ ຍົງຍຸດ ຈະເລີນຈິດ)

ໃນເບື້ອງຕົ້ນ, ເຂດບູຊາເຈົ້າພໍ່ເຂົາໃຫຍ່ພຽງແຕ່ມີຫຼັງຄາທີ່ລຽບງ່າຍ. ຕໍ່ມາ, ມີຊາວ ຈີນ ແລະ ຊາວ ໄທ ເຊື້ອສາຍ ຈີນ ທີ່ມາຈາກ ຈີນ ຫຼາຍຄົນມາຖະຫວາຍບູຊາ. ເຂົາເຈົ້າໄດ້ພ້ອມກັນບໍລິຈາກເງິນກໍ່ສ້າງ ສານເຈົ້າພໍ່ເຂົາໃຫຍ່ ໃນປີ 1986. ຜູ້ມາແຫ່ງນີ້ສ່ວນຫຼາຍແມ່ນມາຂໍດຳເນີນທຸລະກິດໄດ້ຮັບຜົນດີ, ຂໍໃຫ້ມີສຸຂະພາບເຂັ້ມແຂງ, ວຽກງານສະດວກດີ ແລະ ເຂົາເຈົ້າສ່ວນຫຼາຍລ້ວນແຕ່ໄດ້ສົມຫວັງຕາມຄຳຂໍຂອງຕົນ.

 
 
ສານເຈົ້າພໍ່ເຂົາໃຫຍ່ - ແຫ່ງສັກສິດເຊື່ອມຕໍ່ວັດທະນະທຳຢູ່ເກາະ ສີຊັງ - ảnh 2(ໃນສານເຈົ້າພໍ່ເຂົາໃຫຍ່)

ຕາມການເລົ່າຂອງ ລຸງ ຍົງຍຸດ ຈະເລີນຈິດ ແລ້ວ, ສານແຫ່ງນີ້ແມ່ນສະຖານທີ່ສັກສິດທາງດ້ານຈິດໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວ. ເມື່ອຄຳຂໍໄດ້ປະກົດຜົນເປັນຈິງ, ເຂົາເຈົ້າໄດ້ກັບມາສົມມະນາຄຸນດ້ວຍການຖະຫວາຍໝາກໄມ້, ອາຫານ, ເປັດ, ໄກ່…

(ລຸງ ຍົງຍຸດ ຈະເລີນຈິດ)

ບໍ່ພຽງແຕ່ແມ່ນສະຖານທີ່ແຫ່ງຄວາມສັດທາເທົ່ານັ້ນ, ສານເຈົ້າພໍ່ເຂົາໃຫຍ່ ຍັງແມ່ນສູນສະຫວັດດີການຂອງຊຸມຊົນ. ຈຳນວນເງິນທີ່ແຂກທ່ອງທ່ຽວຖະຫວາຍບໍລິຈາກຢູ່ສານນີ້ ລ້ວນແຕ່ນຳໃຊ້ໃຫ້ແກ່ການເຄື່ອນໄຫວກຸສົນທີ່ເຕັມໄປດ້ວຍຄວາມໝາຍ. ແຕ່ລະເດືອນ, ມີຈຳນວນເງິນນັບໝື່ນບາດ (ສະກຸນເງີນໄທ) ໄດ້ນຳໃຊ້ເພື່ອຊື້ເຂົ້າສານ ແລະ ອາຫານເພື່ອແຈກຢາຍໄປເຖິງມືປະຊາຊົນຢູ່ແຕ່ລະບ້ານໃນເກາະ.

ສານເຈົ້າພໍ່ເຂົາໃຫຍ່ ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວເທົ່ານັ້ນ, ຫາກຍັງແມ່ນແຫ່ງເພື່ອໃຫ້ພວກເຮົາຊອກໄດ້ການເຊື່ອມຕໍ່ - ກັບອະດີດຕະການ, ກັບວັດທະນະທຳ ແລະ ສິ່ງສຳຄັນກວ່ານັ້ນແມ່ນເຊື່ອມຕໍ່ເຊິ່ງກັນ ແລະ ກັນ.


top