ຂ່າວສານ

ສານຍຸຕິທຳສູງສຸດ ຝລັ່ງ ສົ່ງຄະດີຮ້ອງຟ້ອງກ່ຽວກັບທາດພິດສີສົ້ມຂຶ້ນພິຈາລະນາຄະດີຂັ້ນສູງສຸດ

ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງວາລະພິຈາລະນາໃບຄຳຮ້ອງຄຳຕັດສິນຄະດີຂອງທ່ານນາງ ເຈິ່ນໂຕງາ ໃນວັນທີ 16 ມິຖຸນາ.
ທ່ານນາງ ເຈິ່ນໂຕງາ ແລະ ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນຄະດີຮ້ອງຟ້ອງຂອງ​ທ່ານ​ນາງ (ພາບ: TTXVN)

ວັນ​ທີ 08 ກໍ​ລະ​ກົດ, ສານ​ຍຸ​ທິ​ທຳ​ສູງ​ສຸດ ຝ​ລັ່ງ ໄດ້​ຕົກ​ລົງ​ສົ່ງ​ຄະ​ດີ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ​ງາ ທີ່​ຮ້ອງ​ຟ້ອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ທາດ​ເຄ​ມີ ອາ​ເມ​ລິ​ກາ ທີ່ເຄີຍ​ຜະ​ລິດສານ​ພິດ​ສີ​ສົ້ມ​ໄປ​ຍັງ​ສະ​ມັດາ​ໃຫຍ່​ຄົບ​ຄະ​ນະເພື່ອ​ພິ​ຈາ​ລະ​ນາ. ນີ້​ແມ່ນ​ຂັ້ນ​ສູງ​ສຸດ​ໃນ​ການ​ພິ​​ຈາ​ລະ​ນາ​ຄະ​ດີຂອງ​ສານ​ຍຸ​ຕິ​ທຳ, ​ໂດຍ​ຈະ​ໄດ້​ຮຽກ​ໂຮມ​ກໍ່​ຕໍ່​ເມື່ອ​ມີ​ຄະ​ດີ​ວາງ​ອອກ​ບັນ​ດາ​ບັນ​ຫາ​ດ້ານ​ນິ​ຕິ​ກຳ​ມີ​ຄວາມ​ໝາຍ​ຫຼັກ​ການ ຫຼື ຕ້ອ​ງ​ເປັນ​ເອ​ກະ​ພາບ​ວິ​ທີ​ນຳ​ໃຊ້​ກົດ​ໝາຍ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ວາ​ລະ​ພ​ິ​ຈາ​ລະ​ນາ​ໃບ​ຄຳ​ຮ້ອງ​ຄຳ​ຕັດ​ສິນ​​ຄະ​ດີຂອງ​ທ່ານ​ນາງ ເຈິ່ນ​ໂຕ​ງາ ໃນ​ວັນ​ທີ 16 ມິ​ຖຸ​ນາ.

ທ່ານ Bertrand Repolt, ​ໜຶ່ງ​ໃນ​ຈຳ​ນວນ 2 ທະ​ນາຍ​ຄວາມປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທ່ານ​ນາງ ເຈິນ​ໂຕ​ງາ, ຖື​ວ່າ ຂໍ້​ຕົກ​ລົງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ສານ​​ຍຸ​ຕິ​ທຳ ຕີ​ລາ​ຄາ​ວ່າ ນີ້​ແມ່ນ​ຄະ​ດີ​ທີ່​ມີ​ຄວາມ​ໝາຍ​ຫຼັກ​ການ, ພິ​ເສດ​ກ່ຽວ​ຂ້ອງ​ເຖິງ​ສິດ​ຍົກ​ເວັ້ນ​ພິ​ພາກ​ສາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ​ສົ່ງ​ເອ​ກະ​ສານ​ດັ່ງ​ກ່າວກໍ່​ໝາຍ​ຄວາມ​ວ່າ ວິ​ວັດ​ການຮ້ອງ​ຟ້ອງ​ຈະ​ແກ່​ຍາວ​ຕື່ມ​ອີກ​ແຕ່ 6 – 12 ເດືອນ.


top