ຂ່າວສານ

ສານການ​ຄ້າ ອາ​ເມ​ລິ​ກາ ປະ​ຕິ​ເສດ​ລະ​ດັບ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ 10% ຂອງ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ຄາດ​ວ່າ ອຳ​ນາດ​ການ​ປົກ​ຄອງ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະຄ້ານຄຳ​ຕັດ​ສິນ​ຂອງ​ສານ​ການ​ຄ້າ​ສາ​ກົນ ອາ​ເມ​ລິ​ກາ.
  ປະ​ທາ​ນາ​ທິ​ບໍ​ດີ Donald Trump (ພາບ: REUTERS)  

ວັນ​ທີ 7 ພຶດ​ສະ​ພາ, ສານການ​ຄ້າ ອາ​ເມ​ລິ​ກາ ໄດ້​ອອກ​ຄຳ​ຕັດ​ສິນ​ຕ້ານ​ຄືນ ລະ​ດັບ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ 10% ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ ອາ​ເມ​ລິ​ກາ ​ສ່ວນຫຼາຍໃນ​ເວ​ລາ 150 ວັນຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump.

ຕາມສານການ​ຄ້າ ອາ​ເມ​ລິ​ກາ, ອຳ​ນາດ​ການ​ປົກ​ຄອງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້ນຳ​ໃຊ້​ມາດ​ຕາ​ທີ 122 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ປີ 1974 ບໍ່​ເໝາະ​ສົມ ຊື່ງ​​ເຄີຍໄດ້​ສ້າງ​ຂຶ້ນ​ເພື່ອ​ແກ້​ໄຂ​ບັນ​ດາ​ວິ​ກິດ​ການ​ເງິ​ນ​ຕາ​ໄລ​ຍະ​ສັ້ນ ​ຫາກບໍ່​ແມ່ນ​ເພື່ອ​ແກ້​ໄຂ​ສະ​ພາບ​ຂາດ​ດຸນ​ການ​ຄ້າ​ປົກ​ກະ​ຕິ.

ຄຳ​​ຕັດ​ສິນດັ່ງ​ກ່າວ​ຖືກ​ຖື​ວ່າ ແມ່ນ​ບາດ​ຄ້ອນ​ດ້ານ​ນິ​ຕິ​ກຳຫຼາຍ​ພໍ​ສົມ​ຄວນ ສຳ​ລັບ​ຍຸດ​ທະ​ສາດ​ການ​ຄ້າ​ແຂງ​ກະ​ດ້າງ​ທີ່ ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້ເດີນ​ຕາມ​ໃນ​ອາ​ຍຸ​ການ​ທີ​ສອງ. ອຳ​ນາດ​ການ​ປົກ​ຄອງ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຄາດ​ວ່າຈະຄ້ານຄຳ​ຕັດ​ສິນ​ຂອງ​ສານ​ການ​ຄ້າ​ສາ​ກົນ ອາ​ເມ​ລິ​ກາ.


top