ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງພຽງແຕ່ໄດ້ຮັບການເພີ່ມພູນຄູນສ້າງບົນພື້ນຖານຄວາມສາມັກຄີ, ການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ .
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VGP)
ຕອນບ່າຍວັນທີ 9 ມິຖຸນາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບຫົວໜ້າຄະນະບັນດາປະເທດ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ 2026 (AFF 2026). ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງພຽງແຕ່ໄດ້ຮັບການເພີ່ມພູນຄູນສ້າງບົນພື້ນຖານຄວາມສາມັກຄີ, ການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ນີ້ກໍ່ແມ່ນຈິດໃຈ ແລະ ກຳລັງໜູນເພື່ອໃຫ້ ຫວຽດນາມ ເລີ່ມຕົ້ນ ເວທີປາໄສອະນາຄົດ ອາຊຽນ, ດ້ວຍຄວາມປາດຖະໜາຢາກສ້າງຕື່ມອີກສະຖານທີ່ໂອ້ລົມສົນທະນາທີ່ເປີດເຜີຍ, ແທ້ຈິງ ແລະ ມຸ່ງໄປເຖິງອະນາຄົດ; ປະກອບສ່ວນເພີ່ມເຕີມໃຫ້ແກ່ບັນດາວິສາຫະກິດການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ຂອງອາຊຽນ, ພ້ອມທັງຊຸກຍູ້ຈິນຕະນາການປ່ຽນແປງໃໝ່ ແລະ ການກະທຳລວມເພື່ອການພັດທະນາຂອງພາກພື້ນ.
ຕາງໜ້າບັນດາຄະນະເຂົ້າຮ່ວມ AFF 2026 ໄດ້ຕີລາຄາສູງຂໍ້ລິເລີ່ມຈັດຂຶ້ນເວທີປາໄສອະນາຄົດ ອາຊຽນ ຂອງ ຫວຽດນາມ, ຖືວ່າ AFF ໄດ້ກາຍເປັນເວທີປາໄສທີ່ມີອິດທິພົນຊື່ສຽງ, ເປີດເຜີຍ, ກວມລວມ ແລະ ມີລັກສະນະສ້າງສັນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດການວາງແຜນຜັງບັນດາການກຳນົດທິດພັດທະນາໄລຍະຍາວຂອງ ອາຊຽນ.