ຂ່າວສານ

ສັນຕະປະປາ Leo XIV ຈະໄປຢ້ຽມຢາມ ອາເມລິກາ ລາຕິນ ເປັນຄັ້ງທຳອິດໃນຖານະຕຳແໜ່ງສັນຕະປະປາ

ວັນທີ 05 ສິງຫາ, ສຳນັກວາຕີກັງ ໄດ້ແຈ້ງວ່າ ສັນຕະປະປາ Leo XIV ຈະໄປປະຕິບັດງານເປັນຄັ້ງທຳອິດຢູ່ພາກພື້ນ ອາເມລິກາ ລາຕິນ ໃນຖານະຕຳແໜ່ງຜູ້ນຳໜ້າສະມາຄົມຄຼິດທະສາສະໜາ ແຕ່ວັນທີ 06 – 17 ພະຈິກ.
  ສັນຕະປະປາ Leo XIV (ພາບ: ຊີນຮົວ/VNA)  

ຕາມ​​ແຜນ​ການ, ສັນ​ຕະ​ປະ​ປາ ຈະ​ໄປ​ຢ້ຽມ​ຢາມ ອູ​ຣູກວາຍ, ອາກ​ຊັງ​ຕິນ ແລະ ເປ​ຣູ. ການ​ຢ້ຽມ​ຢາມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ ເປ​ຣູ, ແຫ່ງ​ທີ່​ສັນ​ຕະ​ປະ​ປາ Leo XIV ໄດ້​ເຄື່ອນ​ໄຫວ​ໃນວຽກ​ງານ​ເຜີຍ​ແຜ່​ສາ​ສະ​ໜາ ແລະ ຮັບ​ໃຊ້​ທາງ​ສາ​ສະ​ໜາ. ທ່ານ​ Keiko Fujimori, ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ ໃຫ້​ຮູ້​ວ່າ ກາ​ນ​ຢ້ຽມ​ຢາມ​ຂອງ ສັນ​ຕະ​ປະ​ປາ Leo XIV ຈະ​ແມ່ນ “ຈຸດ​ເວ​ລາ​ຂອງ​ຄວາມ​ສາ​ມັກ​ຄີ​ໃນ​ການ​ເຫຼື້ອມ​ໃສ​ເ​ຊື່ອ​ຖື ແລະ ນຳ​ເອົາ​ສານ​ກ່ຽວ​ກັບ​ຄວາມ​ຫວັງ” ​ໃຫ້ສຳ​ລັບ​ປະ​ຊາ​ຊົນ ເປ​ຣູ.

ໃນ​ຂະ​ນະ​ນັ້ນ, ທ່ານ Carlos Espá, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເປ​ຣູ ໃຫ້​ຮູ້​ວ່າ ລັດ​ຖະ​ບານນີ້​ພວມ​ກະ​ກຽມ​ບັນ​ດາ​ແຜນ​ການ​ສຳ​ຮອງ​ເພື່ອ​ຮັບ​ປະ​ກັນ​ການ​ຢ້ຽມ​ຢາມໃຫ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.


top