ຂ່າວສານ

ສັນຕະປະປາ Francis ຮຽກຮ້ອງໃຫ້ປົກປ້ອງແມ່ຍິງທີ່ຖືກໃຊ້ຄວາມຮຸນແຮງໃນໄລຍະປິດລ້ອມຍ້ອນໂລກລະບາດ Covid -19

      ວັນທີ 13 ເມສາ, ສັນຕະປະປາ Francis ຮຽກຮ້ອງໃຫ້ສັງຄົມຕ້ອງປົກປ້ອງແມ່ຍິງ ເຊິ່ງເປັນຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວໃນສະພາບການທີ່ເຫດການໃຊ້ຄວາມຮຸນແຮງໃນຄອບຄົວເພີ່ມຂຶ້ນໃນທົ່ວໂລກ ໃນໄລຍະປິດລ້ອມທີ່ເກີດຈາກໂລກລະບາດ Covid – 19 ນີ້.

ສັນຕະປະປາ Francis (ພາບ:  AFP/TTXVN)
      ໃນບົດກ່າວປາໄສເນື່ອງໃນໂອກາດວັນບຸນອີສະເຕີ , ສັນຕະປະປາ Francisໄດ້ຍ້ອງຍໍຊົມເຊີຍບົດບາດຂອງແມ່ຍິງຢູ່ແນວໜ້າ ທີ່ເຂົ້າຮ່ວມວຽກງານໜູນຊ່ວຍສັງຄົມເພື່ອຮັບມືກັບວິກິດການຄື: ບັນດາແພດໝໍຍິງ, ພະຍາບານຍິງ, ຕຳຫຼວດຍິງ ແລະ ພະນັກງານເພດຍິງທີ່ຂາຍເຄື່ອງຢູ່ບັນດາຮ້ານຂາຍສິນຄ້າທີ່ຈຳເປັນ. ສັນຕະປະປາກໍ່ຍ້ອງຍໍຊົມເຊີຍບົດບາດຂອງແມ່ຍິງຢູ່ໃນຄອບຄົວຕໍ່ບັນດາວຽກງານຄື ການເບິ່ງແຍງດູແລລູກຫຼານ, ຜູ້ມີອາຍຸສູງ ແລະ ຄົນພິການ.
 (ແຫຼ່ງຄັດຈາກ VOV)


top