ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ປະກາດວ່າປະເທດນີ້ຈະຮຽກຮ້ອງໂຈະການປ່ອນບັດກ່ຽວກັບການລົງໂທດທີ 18 ຂອງ EU ເລັ່ງໃສ່ ລັດເຊຍຢູ່ກອງປະຊຸມມຄັ້ງຕໍ່ໄປຂອງບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU).
ທ່ານ Peter Szijjarto ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮຸງກາຣີ (ພາບ: english.nv.ua)
ສະໂລວາກີ ແລະ ຮຸງກາຣີ ສືບຕໍ່ອອກສຽງຄັດຄ້ານການລົງໂທດທີ 18 ຂອງ ສະຫະພາບເອີລົບ (EU) ເລັ່ງໃສ່ ລັດເຊຍ, ຖືວ່າ ມາດຕະການນີ້ບໍ່ພຽງແຕ່ມີຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດເທົ່ານັ້ນ, ຫາກຍັງກໍ່ຜົນສະທ້ອນຕໍ່ພື້ນຖານເສດຖະກິດເອີລົບອີກດ້ວຍ. ການຄັດຄ້ານຂອງສອງປະເທດສະມາຊິກນີ້ກໍ່ເຮັດໃຫ້ EU ຕົກເຂົ້າສູ່ສະພາບການຫຍຸ້ງຍາກ ກ່ອນການຈັດຕັ້ງກອງປະຊຸມສຸດຍອດໃນທ້າຍເດືອນມິຖຸນາຈະມາເຖິງ.
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ປະກາດວ່າປະເທດນີ້ຈະຮຽກຮ້ອງໂຈະການປ່ອນບັດກ່ຽວກັບການລົງໂທດທີ 18 ຂອງ EU ເລັ່ງໃສ່ ລັດເຊຍຢູ່ກອງປະຊຸມມຄັ້ງຕໍ່ໄປຂອງບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU). ສະໂລວາກີ ຈະບໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມເລັ່ງໃສ່ແຫຼ່ງລາຍຮັບຂອງລັດເຊຍ, ຍົກເວັ້ນແຕ່ກໍ່ລະນີ ຄະນະກຳມະການເອີລົບ ສະໜອງ ວິທີການແກ້ໄຂຕົວຈິງ ຫຼືບັນດາຄວາມມານະພະຍາຍາມໃຫ້ປະເທດນີ້ ເພື່ອຊ່ວຍສະໂລວາກີ ຮັບມືກັບສະພາບການກໍ່ການຮ້າຍກ່ຽວກັບຄວາມໝັ້ນຄົງດ້ານພະລັງງານພາຍຫຼັງຢຸດຕິແຫຼ່ງສະໜອງຈາກລັດເຊຍ ຢ່າງສິ້ນເຊິງ.
ໃນຂະນະນັ້ນ, ແລະກໍ່ໃນວັນທີ 15 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ຮຸງກາຣີ ກໍ່ຕຳໜິຕິຕຽນຢ່າງແຮງກ່ຽວກັບການລົງໂທດທີ 18 ເຊິ່ງສະຫະພາບ ເອີລົບ (EU) ສະເໜີເລັ່ງໃສ່ ລັດເຊຍ, ພ້ອມທັງກ່າວເຕືອນ, ມາດຕະການລົງໂທດນີ້ຈະບໍ່ພຽງແຕ່ເປັນການນາບຂູ່ຢ່າງແຮງຕໍ່ຂະແໜງພະລັງງານຂອງ ຮຸງກາຣີ ແລະ ສະໂລວີກີເທົ່ານັ້ນ ຫາກຍັງທຳລາຍພື້ນຖານເສດຖະກິດ ເອີລົບກາງອີກດ້ວຍ.