ຂ່າວສານ

ສະ​ເໜີ UNFPA ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ສິດ​ຂອງ​ຜູ້​ອາ​ຍຸ​ສູງ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ UNFPA ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື, ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ສິດ​ຂອງ​ຜູ້​ອາ​ຍຸ​ສູງ; ຢັ້ງ​ຢືນ ຫວຽດ​ນາມ ຖື​ນີ້​ແມ່ນ​ບັນ​ດາ​ທີ່​ມີ​ຄວາມ​ໝາຍ​ຍາວ​ນານ, ກຽມ​ພ້ອມ​ສະ​ແດງ​ບົດ​ບາດ​ເປັນ​ເຈົ້າ​ການ, ສ້າງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ບັນ​ດາ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ​ທີ່​ກ່ຽວ​ຂ້ອງ.
  ​ທ່ານ Matt Jackson, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ຈຳ ຫວຽດ​ນາມ ແລະ ທ່ານຮອງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ດັ້ງ​ຮ​ວ່າງ​ຢາງ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກ​ກັບ​ທ່ານ Matt Jackson, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ຈຳ ຫວຽດ​ນາມ (UNFPA), ທ່ານຮອງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ດັ້ງ​ຮ​ວ່າງ​ຢາງ ສະ​ເໜີ​ໃຫ້ UNFPA ໃຫ້​ການ​ໜູນ​ຊ່ວຍ​ດ້ານ​ວິ​ຊາ​ການ, ບົດ​ຮຽນ​ປະ​ສົບ​ການ​ສາ​ກົນ ແລະ ສະ​ເໜີ​ແນະ​ນະ​ໂຍ​ບາຍ​ໃນ​ບັນ​ດາ​ຂົງ​ເຂດ​ປະ​ຊ​າ​ກອນ​ໃນ​ບັນ​ດາ​ຂົງ​ເຂດມີ​ອາ​ຍຸ​ສູງກວມ​ເອົາ​ສ່ວນຫຼາຍ, ດູ​ແລ​ຍາວ​ນານ, ເສດ​ຖະ​ກິດ​ດ​ູ​ແລ, ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ ແລະ ເສີມ​ຂະ​ຫຍາຍບົດ​ບາດ​ຂອງ​ຜູ້​ອາ​ຍຸ​ສູງ; ພ້ອມ​ທັງ​ແບ່ງ​ປັນ​ບັນ​ດາ​ຜົນ​ງານ​ການ​ຄົ້ນ​ຄວ້າ​ທີ່​​ກ່ຽວ​ຂ້ອງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ UNFPA ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື, ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ສິດ​ຂອງ​ຜູ້​ອາ​ຍຸ​ສູງ; ຢັ້ງ​ຢືນ ຫວຽດ​ນາມ ຖື​ນີ້​ແມ່ນ​ບັນ​ດາ​ທີ່​ມີ​ຄວາມ​ໝາຍ​ຍາວ​ນານ, ກຽມ​ພ້ອມ​ສະ​ແດງ​ບົດ​ບາດ​ເປັນ​ເຈົ້າ​ການ, ສ້າງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ບັນ​ດາ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ​ທີ່​ກ່ຽວ​ຂ້ອງ.

ສ່ວນ​ທ່ານ Matt Jackson ຢັ້ງ​ຢືນ​ວ່າ UNFPA ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ, ກຽມ​ພ້ອມ​ສືບ​ຕໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ກັບ​ບັນ​ດາ​ອົງ​ການ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.


top