ຂ່າວສານ ສະເຫຼີມສະຫຼອງວັນ ອາຊຽນ ຢູ່ ເອີຣົບ 11/08/2025 ເຂດວັດທະນະທຳ ອາຊີຕາເວັນອອກ ທີ່ຄຶກຄື້ນມ່ວນຊື່ນໄດ້ຮັບການວາດພາບຂຶ້ນໃນວັນຄອບຄົວ ອາຊຽນ ທີ່ຖືກຈັດຂຶ້ນຢູ່ ບຣຸກແຊັນ, ປະເທດ ແບນຊິກ, ສ້າງຂີດໝາຍ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ. ລາຍການຮ້ອງເພງລວມໝູ່ຂອງພະນັກງານສະຖານທູດ ຫວຽດນາມ ປະຈຳ ບຣຸກແຊນ (ພາບ: TTXVN)ໂດຍໄດ້ດຳເນີນຢູ່ສຳນັກງານສະຖານທູດ ອິນໂດເນເຊຍ ຢູ່ ບຣຸກແຊັນ, ແບນຊິກ ໃນວັນທີ 9 ສິງຫາ, ເຫດການດັ່ງກ່າວໄດ້ດຶງດູດພະນັກງານການທູດ ແລະ ຄອບຄົວຈາກ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍປະເທດສັງເກດການ Timor Leste ເຂົ້າຮ່ວມ. ເຂດວັດທະນະທຳໄດ້ກາຍເປັນ “ໝູ່ບ້ານ ອາຊຽນ” ຂະໜາດນ້ອຍ, ເຊິ່ງເປັນບ່ອນທີ່ວັດທະນະທຳອັນເປັນມູນເຊື້ອໄດ້ສົມທົບກັບຈັງຫວະຂອງຊີວິດຍຸກທັນສະໄໝ. ຈຸດພົ້ນເດັ່ນຂອງລາຍການແມ່ນບັນດາກິດຈະກຳແລກປ່ຽນວັດທະນະທຳທີ່ເປັນເອກະລັກ. ບັນດາເອກອັກຄະລັດຖະທູດ, ນັກການທູດໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງ, ໃນຂະນັ້ນ, ການເສັງ “ຊອກຮູ້ກ່ຽວກັບ ອາຊຽນ” ກໍຊ່ວຍຍົກສູງຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຜົນງານຂອງການອົງການຈັດຕັ້ງພາກພື້ນນີ້. ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ອາຊຽນ ຢູ່ບ່ອນຫ່າງໄກຈາກບ້ານເກີດເມືອງນອນ.

ເຂດວັດທະນະທຳ ອາຊີຕາເວັນອອກ ທີ່ຄຶກຄື້ນມ່ວນຊື່ນໄດ້ຮັບການວາດພາບຂຶ້ນໃນວັນຄອບຄົວ ອາຊຽນ ທີ່ຖືກຈັດຂຶ້ນຢູ່ ບຣຸກແຊັນ, ປະເທດ ແບນຊິກ, ສ້າງຂີດໝາຍ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ. ລາຍການຮ້ອງເພງລວມໝູ່ຂອງພະນັກງານສະຖານທູດ ຫວຽດນາມ ປະຈຳ ບຣຸກແຊນ (ພາບ: TTXVN)ໂດຍໄດ້ດຳເນີນຢູ່ສຳນັກງານສະຖານທູດ ອິນໂດເນເຊຍ ຢູ່ ບຣຸກແຊັນ, ແບນຊິກ ໃນວັນທີ 9 ສິງຫາ, ເຫດການດັ່ງກ່າວໄດ້ດຶງດູດພະນັກງານການທູດ ແລະ ຄອບຄົວຈາກ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍປະເທດສັງເກດການ Timor Leste ເຂົ້າຮ່ວມ. ເຂດວັດທະນະທຳໄດ້ກາຍເປັນ “ໝູ່ບ້ານ ອາຊຽນ” ຂະໜາດນ້ອຍ, ເຊິ່ງເປັນບ່ອນທີ່ວັດທະນະທຳອັນເປັນມູນເຊື້ອໄດ້ສົມທົບກັບຈັງຫວະຂອງຊີວິດຍຸກທັນສະໄໝ. ຈຸດພົ້ນເດັ່ນຂອງລາຍການແມ່ນບັນດາກິດຈະກຳແລກປ່ຽນວັດທະນະທຳທີ່ເປັນເອກະລັກ. ບັນດາເອກອັກຄະລັດຖະທູດ, ນັກການທູດໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງ, ໃນຂະນັ້ນ, ການເສັງ “ຊອກຮູ້ກ່ຽວກັບ ອາຊຽນ” ກໍຊ່ວຍຍົກສູງຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຜົນງານຂອງການອົງການຈັດຕັ້ງພາກພື້ນນີ້. ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ອາຊຽນ ຢູ່ບ່ອນຫ່າງໄກຈາກບ້ານເກີດເມືອງນອນ.