ຂ່າວສານ

ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​​ປະ​ທານ ໂຮ່​ຈີ​ມິນ​ ຄົບ​ຮອບ 136 ປີ: ຫັນ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຮຸ່ງ​ເຮືອງ​ເຂັ້ມ​ແຂງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ວັນ​ທີ 19 ພຶດ​ສະ​ພາ, ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​​ປະ​ທານ​ ໂຮ່​ຈີ​ມິນ ຄົບ​ຮອບ 136 ປີ, ບຸ​ລຸດ​ວັດ​ທະ​ນ​ະ​ທຳ​ຜູ້​ມີ​ຊື່​ສຽງ, ນັກ​ປະ​ຕິ​ວັດ​ຜູ້​ດີ​ເດັ່ນ, ຜູ້​ກໍ່​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (19 ພຶດ​ສະ​ພາ 1890 – 19 ພຶດ​ສະ​ພາ 2026).
  ປະ​ທານ ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່ (ພາບ: nhandan.vn)  

ເນື່ອງ​ໃນ​ໂອ​ກາດ​ນີ​້,ບັນ​ດາ​ໜັງ​ສື​ພິມ​ໃຫຍ່​ຂອງ ຫວຽດ​ນາມ ໄດ້​ລົງຫຼາຍ​ບົດ​ຂຽນ​ກ່ຽວ​ກັບ​ປະ​ທານ ໂຮ່​ຈີ​ມິນ. ດ້ວຍ​ຫົວ​ຂໍ້: ແນວ​ຄິດ ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ວິ​ວັດ​ທະ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ໜັງ​ສື​ພິມກອງ​ທັ​ບ​ປະ​ຊາ​ຊົນ ໄດ້​ລົງ​ບົດ​ຂຽນ​ຂອງ​ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນ​າ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ. ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ເຖິງ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ປະ​ທານ ໂຮ່​ຈ​ີ​ມິນ ແມ່ນ​ສັນ​ຍາ​ລັກ​ອັນ​ສູງ​ສົ່ງ​ແຫ່ງ​ນ້ຳ​ໃຈ​ຢຶດ​ໝັ້ນ ແຕ່​ຍາມ​ໃດ​ກໍ​ປະ​ດິດ​ຄິດ​ສ້າງ; ຮັກ​ສາຫຼັກ​ການ ແຕ່​ບໍ່ແມ່ນ​ຄຳ​ພີ, ແຂງ​ກະ​ດ້າງ; ຍາມ​ໃດ​ກໍ​ເລີ່ມ​ມາ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ມຸ່ງ​ໄປ​ເຖິງ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຈະ​ແມ່ນ​ພື້ນ​ຖານ​ດ້ານແນວ​ຄິດ​ອັນ​ໝັ້ນ​ແກ່ນ, ແຫຼ່ງ​ກຳ​ລັງ​ແຮງ​ພາຍໃນ​ ​ເພື່ອ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ກ້າວ​ເດີນ​ຢ່າງ​ໝັ້ນ​ຄົງ​ໃນ​ສັງ​ກາດ​ໃໝ່ - ສັງ​ກາດ​ພັດ​ທະ​ນາ​ຢ່າງ​ຮຸ່ງ​ເຮືອງ, ສິ​ວິ​ໄລ, ວັດ​ທະ​ນະ​ຖາ​ວອນ ແລະ ຮຸ່ງ​ເຮືອງ​ເຂັ້ມ​ແຂງຕະ​ຫຼອດ​​ໄປ.

​ໃນ​ວັນ​ດຽວ​ກັນ, ໜັງ​ສື​ພິມ​ປະ​ຊາ​ຊົນ ກໍ​ໄດ້​ລົງ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້: “ໝູນ​ໃຊ້​ແນວ​ຄິດ​ຂອງ​ປະ​ທານ​ ໂຮ່​ຈີ​ມິນ ໃນ​ສັງ​ກາດ​ໃໝ່​ຂອງ​ຊາດ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ”, ໃນ​ນັ້ນ ໄດ້​ເນັ້ນ​ໜັກວ່າ​​ຕະຫຼອ​ດ​ຊີ​ວິດ​ ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ, ປະ​ທານ ໂຮ່​ຈີ​ມິນ ໄດ້​ປະ​ໄວ້​ ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ, ແບບ​ຢ່າງ​ຄຸນ​ສົມ​ບັດ​ອັນໃສ​ແຈ້ງໃຫ້​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ຊາ​ຊົນ, ຄົນ​ລຸ້ນ​ນີ້ ແລະ ລຸ້ນຫຼັງ, ກາຍ​ເປັນ​ພື້ນ​ຖານ​ແນວ​ຄິດ, ເຂັມ​ຊີ້​ທິດ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ທຸກ​ໄລ​ຍະ​ປະ​ຫວັດ​ສາດ.


top