ຂ່າວສານ

ສະ​ຫະ​ພາ​ບ​ເອີ​ຣົບ ນຳທະ​ຫານ​ພິ​ທັກ​ປະ​ຕິ​ວັດ ອີ​ຣານ ເຂົ້າໃນ​ບັນ​ຊີ​ລາຍ​ຊື່​ກໍ່​ການ​ຮ້າຍ

ໄປຄຽງຄູ່ເລື່ອງນຳກຳລັງທະຫານພິທັກປະຕິວັດ ອີຣານ ເຂົ້າ “ບັນຊີລາຍຊື່ດຳ” ແລ້ວ, ສະຫະພາບເອີຣົບ ຍັງປະກາດໃຊ້ບັນດາມາດຕະການຈຳກັດໃໝ່ເພີ່ມເຕີມ, ໃນນັ້ນ ມີຄຳສັ່ງອາຍັດຊັບສິນ ແລະ ຫ້າມເຂົ້າເມືອງ ສຳລັບເຈົ້າໜ້າທີ່ຂັ້ນສູງ 15 ທ່ານ ແລະ 6 ອົງການຈັດຕັ້ງຂອງ ອີຣານ.

ທ່ານນາງ Kaja Kallas, ຂ້າຫຼວງໃຫຍ່ຮັບຜິດຊອບຄວາມໝັ້ນຄົງ ແລະ ນະໂຍບາຍພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (ພາບ: REUTERS/Yves Herman)

ວັນທີ 29 ມັງກອນ, ບັນດາລັດຖະມົນຕີການຕ່າງປະເທດຂອງ ສະຫະພາບເອີຣົບ (EU) ບັນລຸໄດ້ຂໍ້ຕົກລົງການເມືອງທີ່ຕົກລົງເປັນເອກະພາບນຳກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC) ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍຂອງກຸ່ມນີ້.

        ໄປຄຽງຄູ່ເລື່ອງນຳກຳລັງທະຫານພິທັກປະຕິວັດ ອີຣານ ເຂົ້າ “ບັນຊີລາຍຊື່ດຳ” ແລ້ວ, ສະຫະພາບເອີຣົບ ຍັງປະກາດໃຊ້ບັນດາມາດຕະການຈຳກັດໃໝ່ເພີ່ມເຕີມ, ໃນນັ້ນ ມີຄຳສັ່ງອາຍັດຊັບສິນ ແລະ ຫ້າມເຂົ້າເມືອງ ສຳລັບເຈົ້າໜ້າທີ່ຂັ້ນສູງ 15 ທ່ານ ແລະ 6 ອົງການຈັດຕັ້ງຂອງ ອີຣານ.

        ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າ ແມ່ນບາດລ້ຽວໃຫຍ່ໃນນະໂຍບາຍການຕ່າງປະເທດຂອງ EU ພາຍຫຼັງໂຕ້ຖຽງກັນພາຍໃນກຸ່ມເປັນເວລາຫຼາຍປີ.


top