ຂ່າວສານ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ກ່າວ​ປະ​ນາມເລື່ອງ ລັດ​ເຊຍ​ ປະ​ກາດ ໂຮມ​ບາງ​ເຂດ​ຂອງ ຢູ​ແກຼນ ເຂົ້າ​ດິນ​ແດນ​ຂອງ​ຕົນ

ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການກ່າວປະນາມເລື່ອງ ລັດເຊຍ ປະກາດໂຮມບາງເຂດຂອງ ຢູແກຼນ ເຂົ້າດິນແດນຂອງຕົນ ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຕ່າວປີ້ນການກະທຳຂອງຕົນ
  ທ່ານເອກອັກຄະລັດຖະທູດ ລັດເຊຍ ກ່າວຄຳເຫັນທີ່ສະມັດຊາໃຫຍ່ ສປຊ (ພາບ: AP)  

ວັນທີ 13 ຕຸລາ, ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການກ່າວປະນາມເລື່ອງ ລັດເຊຍ ປະກາດໂຮມບາງເຂດຂອງ ຢູແກຼນ ເຂົ້າດິນແດນຂອງຕົນ ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຕ່າວປີ້ນການກະທຳຂອງຕົນ. ມະຕິສະບັບນີ້ ໄດ້ຮັບບັດສະໜັບສະໜູນ 143 ບັດ, ບັດຄ້ານ 5 ບັດ ແລະ ບັດຂາວ 35 ບັດ. ມະຕິກໍຮຽກຮ້ອງໃຫ້ທຸກປະເທດ, ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ບໍ່ຮັບຮອງເອົາຖະແຫຼງການດັ່ງກ່າວຂອງ ລັດເຊຍ ແລະ ຮຽກຮ້ອງໃຫ້ ລັດເຊຍ ຈົ່ງຕ່າວປີ້ນການກະທຳໃນທັນທີ. ມະຕິສະບັບນີ້ ກໍຊົມເຊີຍ ແລະ ສະແດງການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງ ທ່ານເລຂາທິການໃຫຍ່ ສປຊ ແລະ ບັນດາປະເທດສະມາຊິກ, ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຂອງສະພາບການປັດຈຸບັນ ແນໃສ່ການສ້າງສັນຕິພາບໂດຍຜ່ານການເຈລະຈາ ແລະ ໄກ່ເກ່ຍ.


top