ຂ່າວສານ

ສະ​ພາ​ແຫ່ງ​ຊາດ ໄທ ປ່ອ​ນ​ບັດ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ການປ່ອນບັດເລືອກຕັ້ງໄດ້ດຳເນີນ ຢ່າງເປີດເຜີຍ ແລະ ແຕ່ລະສະມາຊິກລັດຖະສະພາໃນຈຳນວນທັງໝົດ 750 ທ່ານ ຈະໄດ້ເອີ້ນຊື່ຕາມລຳດັບ ເພື່ອລຸກຂຶ້ນປະກາດກ່ຽວກັບການເລືອກເຟັ້ນຂອງຕົນ.
ທ່ານປະທານສະພາຜູ້ແທນລາດຊະດອນແຫ່ງປະເທດ ໄທ ວັນ ມູຫະມັດ ນໍມະທາ (ພາບ:The Nation)

ຕອນເຊົ້າວັນທີ 13 ກໍລະກົດ, ສະພາແຫ່ງຊາດ ໄທ ເລີ່ມດຳເນີນວິວັດການປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່. ຄາດວ່າ ຍາກທີ່ຈະເດົາຜົນການເລືອກຕັ້ງໄດ້ ແລະ ແມ່ນການທົດສອບສຳລັບສຳພັນທະມິດກຳອຳນາດທີ່ມີຄວາມບົ່ມຊ້ອນ ໂດຍລວມມີ 8 ພັກການເມືອງພວມປາດຖະໜາຢາກສ້າງລັດຖະບານໃໝ່. ຕາມທ່ານປະທານສະພາຜູ້ແທນລາດຊະດອນແຫ່ງປະເທດ ໄທ ວັນ ມູຫະມັດ ນໍມະທາ, ບັນດາສະມາຊິກລັດຖະສະພາ ແລະ ສະມາຊິກລັດຖະສະພາໄດ້ໂຕ້ວາທີເປັນເວລາ 6 ຊົ່ວໂມງ ກ່ອນດຳເນີນການປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີ.      

ການປ່ອນບັດເລືອກຕັ້ງໄດ້ດຳເນີນ ຢ່າງເປີດເຜີຍ ແລະ ແຕ່ລະສະມາຊິກລັດຖະສະພາໃນຈຳນວນທັງໝົດ 750 ທ່ານ ຈະໄດ້ເອີ້ນຊື່ຕາມລຳດັບ ເພື່ອລຸກຂຶ້ນປະກາດກ່ຽວກັບການເລືອກເຟັ້ນຂອງຕົນ. ຕາມລັດຖະທຳມະນູນ ໄທ ແລ້ວ, ຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີທີ່ໄດ້ຮັບໄຊຊະນະ ຕ້ອງຮັບບັດສະໜັບສະໜູນຈາກສະມາຊິກລັດຖະສະພາ ຢ່າງໜ້ອຍສຸດ 376 ທ່ານ ໃນຈຳນວນທັງໝົດ 750 ທ່ານ. ວິວັດການເລືອກຕັ້ງນາຍົກລັດຖະມົນຕີ ບໍ່ມີກຳນົດເວລາ  ແລະ ຈະດຳເນີນຈົນຮອດເມື່ອມີຜູ້ອອກສະໝັກເລືອກຕັ້ງຍາດໄດ້ 376 ບັດ ຈຶ່ງຈະສິ້ນສຸດ.


top