ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ສະ​ພາ ອາ​ຊຽນ ສ້າງ​ພາກ​ພື້ນ​ພັດ​ທະ​ນາ​ແບບກວມ​ລວມ ແລະ ຍືນ​ຍົງ

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA 46) ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 16 – 20 ກັນຍາ. ການຢ້ຽມຢາມມີຄວາມໝາຍຍຸດທະສາດປະກອບສ່ວນຊຸກຍູ້ການຮ່ວມມືລັດຖະສະພາ, ເປີດກວ້າງບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ ຫວຽດນາມ - ມາເລເຊຍ.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ

ການຢ້ຽມຢາມບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ເທົ່ານັ້ນ, ຫາກຍັງສືບຕໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນວິວັດທະນາການສ້າງປະຊາຄົມ ອາຊຽນ.

       ເສີມຂະຫຍາຍບົດບາດລັດຖະສະພາໃນການຊຸກຍູ້ການຮ່ວມສຳພັນພາກພື້ນ

       ດ້ວຍຫົວຂໍ້ “ສະພາແຫ່ງຊາດຢູ່ແນວໜ້າເພື່ອ ອາຊຽນ ເຕີບໂຕແບບກວມລວມ ແລະ ຍືນຍົງ”, AIPA – 46  ໄດ້ສຸມໃສ່ບັນດາເນື້ອໃນ, ຄື: ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຕີບໂຕແບບກວມລວມ ແລະ ຍືນຍົງ; ແລກປ່ຽນບົດຮຽນປະສົບການກ່ຽວກັບຂອບເຂດກົດໝາຍ ແລະ ກົນໄກຕິດຕາມກວດກາໜູນຊ່ວຍການເຕີບໂຕແບບກວມລວມ ແລະ ຍືນຍົງ; ເພີ່ມທະວີກຳລັງຄວາມສາມາດລັດຖະສະພາໃນການໝູນໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍ; ຊຸກຍູ້ການຮ່ວມມື ແລະ ການສົມທົບກັນລະຫວ່າງບັນດາລັດຖະສະພາກັບບັນດາອົງການການເມືອງສັງຄົມ, ຂົງເຂດເອກະຊົນ, ນັກຮຽນຮູ້, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2045; ສ້າງຂໍ້ສະເໜີແນະກ່ຽວກັບການປະຕິຮູບນະໂຍບາຍ ແລະ ຂໍ້ລິເລີ່ມກ່ຽວກັບກົດໝາຍ ແນໃສ່ຍູ້ແຮງການເຕີບໂຕແບບກວມລວມ ແລະ ຍືນຍົງ. ທ່ານ ດິງງອກລິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໃຫ້ຮູ້ວ່າ:

  “ມາເລເຊຍ ເລືອກເອົາຫົວຂໍ້ “ສະພາແຫ່ງຊາດຢູ່ແນວໜ້າເພື່ອ ອາຊຽນ ເຕີບໂຕແບບກວມລວມ ແລະ ຍືນຍົງ” ດ້ວຍຄວາມປາດຖະໜາ AIPA ສືບຕໍ່ເສີມຂະຫຍາຍບົດບາດລັດຖະສະພາໃນການຊຸກຍູ້ການຮ່ວມສຳພັນພາກພື້ນ, ຍົກສູງສຽງເວົ້າຂອງປະຊາຊົນ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ບັນດາເນື້ອໃນປຶກສາຫາລືກໍສຸມໃສ່ການຮ່ວມມືອະນຸພາກພື້ນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແຫຼ່ງຊັບພະຍາກອນນ້ຳ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືຕໍ່ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່”.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກໍຈະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA, ເຂົ້າຮ່ວມພິທີໄຂ ແລະ ມີບົດກ່າວປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 1, ພ້ອມດ້ວຍບັນດາການເຄື່ອນໄຫວພົບປະສອງຝ່າຍ. ຜ່ານນັ້ນ ຢັ້ງຢືນໄດ້ບົດບາດຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວຂອງລັດຖະສະພາພາກພື້ນ, ຊຸກຍູ້ບັນດາຂໍ້ຕົກລົງ ແລະ ປະກອບສ່ວນສ້າງຜົນງານຂອງ AIPA 46, ພ້ອມທັງເປີດກວ້າງການພົວພັນກັບລັດຖະສະພາບັນດາປະເທດອື່ນໃນໂລກ. ທ່ານເອກອັກຄະລັດຖະທູດ ດິງງອກລິງ ຢັ້ງຢືນວ່າ:

        “ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ຫວຽດນາມ ສືບຕໍ່ສະແດງແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ໃຫ້ບຸລິມະສິດເພີ່ມທະວີການພົວພັນກັບບັນດາປະເທດ ອາຊຽນ, ຊຸກຍູ້ການພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ປາດຖະໜາຢາກປະກອບສ່ວນບົດບາດທີ່ນັບມື້ນັບສຳຄັນກວ່າເຂົ້າໃນບັນດາບັນຫາພາກພື້ນ ແລະ ສາກົນ.”

       ຜັນຂະຫຍາຍສາຍພົວພັນສອງຝ່າຍຢ່າງແທ້ຈິງ

        ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຈະມີການພົບປະເຈລະຈາສຳຄັນກັບປະທານສະພາສູງ ມາເລເຊຍ, ປະທານສະພາຕ່ຳ ມາເລເຊຍ ແລະ ບັນດາການນຳຂັ້ນສູງອື່ນໆຂອງ ມາເລເຊຍ. ນີ້ບໍ່ພຽງແຕ່ແມ່ນໂອກາດທີ່ດີ ເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເປີດກວ້າງການຮ່ວມມືລັດຖະສະພາລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງເປີດກວ້າງບັນດາໂອກາດຮ່ວມມືທີ່ແທດຈິງ, ມີປະສິດທິຜົນ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານເອກອັກຄະລັດຖະທູດ ດິງງອກລິງ ເຊື່ອໝັ້ນວ່າ:

        “ນີ້ແມ່ນໄລຍະທີ່ພວກເຮົາຕ້ອງຍາດແຍ່ງເພື່ອຮ່ວມມື, ສ້າງເງື່ອນໄຂສະດວກ, ໃນນັ້ນ ພິເສດແມ່ນອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດສອງປະເທດມີໂອກາດໄດ້ສຳຜັດກັບຕະຫຼາດຂອງກັນໃນຂົງເຂດເສດຖະກິດ, ໜຶ່ງໃນບັນດາຂົງເຂດ ເຊິ່ງມີຈຸດພົ້ນເດັ່ນຫຼາຍຢ່າງ. ໃນ 8 ເດືອນຕົ້ນປີ 2025 ຜ່ານມາ, ວົງເງິນການຄ້າລະຫວ່າງສອງປະເທດບັນລຸໄດ້ 10,66 ຕື້ USD, ເພີ່ມຂຶ້ນ 10,3% ເມື່ອທຽບໃສ່ປີ 2024.  ນີ້ແມ່ນບັນດາສັນຍານອັນຕັ້ງໜ້າເຊິ່ງສອງປະເທດ ສາມາປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ ໂດຍໄວ, ພິເສດ ແມ່ນໃນບັນດາຂົງເຂດ ເຊິ່ງສອງຝ່າຍລ້ວນແຕ່ມີຄວາມສົນໃຈ ແລະ ພວມມີນະໂຍບາຍບຸກທະລຸ, ຕົວຢ່າງຄື ຂົງເຂດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ນະວັດຕະກຳ, ວິທະຍາສາດເຕັກໂນໂລຢີ, ອຸດສາຫະກຳ Halal”.

        ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ບໍ່ພຽງແຕ່ເທົ່ານັ້ນ ຍັງປະກອບສ່ວນຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ຢ່າງແທ້ຈິງ, ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນ ມາເລເຊຍ ໃນຖານະບົດບາດເປັນປະທານ ອາຊຽນ 2025. ຜ່ານນັ້ນ, ຫວຽດນາມ ກໍ່ສືບຕໍ່ສະແດງໃຫ້ເຫັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ໃຫ້ບຸລິມະສິດເພີ່ມທະວີການພົວພັນກັບບັນດາປະເທດ ອາຊຽນ, ຊຸກຍູ້ການພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ປາດຖະໜາຢາກປະກອບສ່ວນບົດບາດທີ່ນັບມື້ນັບສຳຄັນກວ່າໃນບັນດາບັນຫາພາກພື້ນ ແລະ ສາກົນ./.


top