ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ ແລະ ກົດ​ໝາຍ​ທີ່​ສຳ​ຄັນຈຳ​ນວນໜຶ່ງ

ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ).

ບັນດາສະມາຊິກສະພາແຫ່ງຊາດ ດຳເນີນການລົງມະຕິຮັບຮອງເອົາມະຕິວ່າດ້ວຍອົງການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ນະຄອນ ໂຮ່ຈີມິນ (ພາບ: plo.vn)

ຕອນເຊົ້າວັນທີ 16 ພະຈິກ, ສະພາແຫ່ງຊາດໄດ້ດຳເນີນການລົງມະຕິຮັບຮອງເອົາມະຕິວ່າດ້ວຍອົງການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ນະຄອນ ໂຮ່ຈີມິນ; ລົງມະຕິຮັບຮອງເອົາກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອ HIV ໂລກ AIDS. ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ).

        ໃນຕອນບ່າຍຂອງວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນທາງບົກ.

(ແຫຼ່ງຄັດຈາກ VOV)


top