ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປ​ັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ

ຜູ້ວ່າການທະນາຄານແຫ່ງລັດ ໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ສະເໜີຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.
  ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດສະເໜີ ໃບສະເໜີ (ພາບ: daibieunhandan.vn)  
ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຊຸດທີ XV ຕອນເຊົ້າວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍວິສາຫະກິດ. ໃນຕອນເຊົ້າຂອງວັນທີ 20 ພຶດສະພາ, ທ່ານລັດຖະມົນຕີກະຊວງຕຳຫຼວດ ໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ ສະເໜີໃບສະເໜີຮ່າງກົດໝາຍ ອາຍາ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດສະເໜີ ໃບສະເໜີຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຮ້ອງທຸກຮ້ອງຟ້ອງ ທາງອາຍາ. ຜູ້ວ່າການທະນາຄານແຫ່ງລັດ ໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ສະເໜີຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

top