ສືບຕໍ່ມື້ເຮັດວຽກທີ 2, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 21 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ໃຊ້ເວລາໝົດມື້ເພື່ອປຶກສາຫາລືຢູ່ຕາມໜ່ວຍ.
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)
ໃນຕອນເຊົ້າ: ສະພາແຫ່ງຊາດ ປຶກສາຫາລືຕາມໜ່ວຍງານກ່ຽວກັບ: ການຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2025; ທິດທາງແຜນການພັດທະນາເສດຖະກິດ - ສັງຄົມປີ 2026. ສະພາບການປະຕິບັດງົບປະມານແຫ່ງລັດປີ 2025, ແຜນງົບປະມານແຫ່ງລັດ, ແບບວິທີຈັດແບ່ງງົບປະມານສູນກາງປີ 2026. ໝາກຜົນແຫ່ງການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການ 5 ປີ ໄລຍະ 2021 – 2025: ການພັດທະນາເສດຖະກິດ - ສັງຄົມ; ສ້າງໂຄງປະກອບພືິ້ນຖານເສດຖະກິດຄືນໃໝ່; ການລົງທຶນສາທາລະນະໄລຍະກາງ; ການເງິນແຫ່ງຊາດ ແລະ ເງິນກູ້, ການຊຳລະໜີ້ສິນສາທາລະນະ; ຮ່າງບັນດາແຜນການ: ການເງິນແຫ່ງຊາດໄລຍະ 05 ປີ 2026 – 2030; ການລົງທຶນສາທາລະນະໄລຍະກາງ ໄລຍະ 2026 – 2030…
ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດ ສືບຕໍ່ປຶກສາຫາລືຕາມໜ່ວຍງານກ່ຽວກັບ: ບັນດາບົດລາຍງານກ່ຽວກັບວຽກງານອາຍຸການ 2021 – 2026 ຂອງປະທານປະເທດ, ລັດຖະບານ; ຮ່າງບົດລາຍງານວຽກງານອາຍຸການຊຸດທີ XV ຂອງສະພາແຫ່ງຊາດ; ບັນດາບົດລາຍງານວຽກງານອາຍຸການຊຸດທີ XV ຂອງຄະນະປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ ແລະ ບັນດາບົດລາຍງານວຽກງານອາຍຸການ 2021 – 2026 ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ.