ເດືອນ ຕຸລາ 2003, ເຂດອະນຸລັກຮັກສາທຳມະຊາດ ກູ່ລາວ ຈ່າມ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັກສາສິ່ງມີຊີວິດ ທີ່ພວມອາ ໄສ ຢູ່ເທິງເກາະ, ເປັນໜຶ່ງໃນ 15 ເຂດອະນຸລັກຮັກສາທະເລ ຂອງ ຫວຽດນາມ (ຕາມຂໍ້ມູນ ປີ 2007).
ປັດຈຸບັນ, ເກາະ ຮອນລາວ ໄດ້ເປັນທ່ີຮູ້ຈັກ ເປັນໜ່ວຍເກາະ ໃຫຍ່ກວ່າໝູ່ ຢູ່ ກູ່ລາວຈ່າມ, ເປັນບ່ອນເຕົ້າໂຮມປະຊາຊົນ ມາດຳລົງຊີວິດ. ເທິງເກາະ ຮອນລາວ ມີພູຫຼາຍໜ່ວຍ, ພູສູງ ກວ່າໝູ່ແມ່ນ 517 ແມັດ. ລະບົບພຶກສາຊາດ ທີ່ອຸດົມສົມບູນ ດ້ວຍບັນດາເຂດ ປ່າດົງດິບ ມີຕົ້ນໄມ້ ທ່ີມີຄ່າຫາຍາກ ຫຼາຍ ຊະນິດ. ທີ່ນີ້ຍັງເປັນບ່ອນ ຢູ່ອາໄສ ຂອງສັດປ່າ ແລະ ນົກທະເລ ຫຼາຍຊະນິດ, ພິເສດແມ່ນ ນົກແອ່ນ. ຕາມເອກະສານ ຫຼາຍສະບັບ, ຮັງນົກແອ່ນ ຢູ່ທີ່ນີ້ໄດ້ຂຸດຄົ້ນແຕ່ສະຕະວັດ ທີ XVII. ຢູ່ເທິງເກາະ ຍັງມີຮ້ານບູຊາ ຜູ້ລິເລີ່ມອາຊີບຂຸດຄົ້ນ ຮັງນົກແອ່ນ. ປັດຈຸບັນ, ຮັງນົກແອ່ນ ກູ່ລາວຈ່າມ ໄດ້ຈັດອັນດັບ ເປັນ ຮັງນົກແອ່ນ ດີທີສຸດຢູ່ ຫວຽດນາມ. ປະລິມານການ ສົ່ງ ອອກ ຮັງນົກແອ່ນ ແຕ່ລະປີ ໄດ້ນຳມາໃຫ້ງົບປະມານຂອງ ເທດສະບານ ໂຮ້ຍອານ ເງິນຕາຕ່າງປະເທດດ້ວຍຈຳນວນ ຫຼາຍສົມຄວນ.
ໃນລະດູຮ້ອນ, ແຕ່ລະວັນ ກູ່ລາວຈ່າມ ໄດ້ຕ້ອນຮັບນັກທ່ອງທ່ຽວ 3500 ກວ່າຄົນມາຫາດຊາຍ ແລະ ຊົມຄວາມງາມທາງທຳມະຊາດ. ພາບ: ແທງຢາງ/VNP
ເຂດອະນຸລັກທຳມະຊາດທາງທະເລ ກູ່ລາວຈ່າມ ມີເກາະ ໃຫຍ່ ນ້ອຍ 8 ເກາະ, ມີເນື້ອທີ່ ກວ່າ 5.000 ເຮັກຕາ, ເໝາະ ທ່ີສຸດ ກັບຮູບແບບການທ່ອງທ່ຽວ, ກິລາເທິງ ທະເລຄື: ຂີ່ກຳປັ່ນ ດຳນໍ້າ ຊົມຫີນປະກາລັງ, ລອຍນໍ້າຂ້າມທະເລ ແຕ່ ກູ່ລາວຈ່າມ ຫາ ເກືອດ້າຍ, ຕຶກປາ ຍາມຄໍ່າຄືນ... ພາບ: ແທງຢາງ/VNP
ນັກທ່ອງທ່ຽວ ກາງເຕັ໊ນ ນອນຄ້າງຄືນ ຢູ່ຫາດຊາຍທະເລ (ຫາດຈົ່ງ) ເກາະ ກູ່ລາວຈ່າມ. ພາບ: ແທງຢາງ/VNP
|
ຄວາມອຸດົມສົມບູນ ຂອງ ລະບົບນິເວດວິທະຍາຢູ່ ກູ່ລາວຈ່າມ ເຫັນໄດ້ຊັດ ຜ່ານບັນດາທັດສະນີຍະພາບຢູ່ເທິງດິນ ແລະ ໃຕ້ ນໍ້າຄື: ເຂດຕົ້ນເລົາ, ດອນຂີ້ຊາຍ, ປ່ານໍ້າເຄັມ, ຫຍ້າທະເລ, ປະກາລັງ, ປ່າສະຫງວນ... ນີ້ເປັນປັດໄຈ ໃຫ້ແກ່ການ ພັດທະ ນາ ບໍລິການທ່ອງທ່ຽວ ທຳມະຊາດ ຢູ່ເທິງເກາະແຫ່ງນີ້.
ໃນມື້ທຳອິດທີ່ ກູ່ລາວຈ່າມ ໄດ້ຮັບຮອງເປັນເຂດສະຫງວນ ຊີ ວະສາດ ຂອງໂລກ, ອຳນາດການປົກຄອງນະຄອນ ໂຮ້ຍອານ ໄດ້ສ້າງ ແຜນການພັດທະນາການທ່ອງທ່ຽວ ທຳມະຊາດແບບ ຍືນຍົງ ຢູ່ເກາະແຫ່ງນີ້ ສະໜິດຕິດພັນກັບຂະບວນການປົກປັກ ຮັກສາສິ່ງແວດລ້ອມ. ເພາະສະນັ້ນ, ພາຍຫຼັງ 10 ປີຂຸດຄົ້ນ ການທ່ອງທ່ຽວ, ກູ່ລາວຈ່າມ ໄດ້ຖືກຕີລາຄາວ່າ ເປັນໜຶ່ງໃນ ບັນດາເກາະ ຍັງຮັກສາໄດ້ຄວາມງາມ ແບບປະຖົມປະຖານ ຂອງ ທຳມະຊາດ, ພ້ອມກັບຄວາມອຸດົມສົມບູນ ຂອງລະບົບ ນິເວດວິທະຍາ ອີກດ້ວຍ.
ມາຍັງ ກູ່ລາວຈ່າມ, ນັກທ່ອງທ່ຽວ ສາມາດນຳໃຊ້ບໍລິການທ່ອງ ທ່ຽວຄື: ຫາດຊາຍທະເລ ທ່ີສວຍງາມ, ສະຖານທີ່ ປະຫວັດ ສາດ; ເຂົ້າຮ່ວມບັນດາການເຄື່ອນໄຫວ ທີ່ເຕັມໄປດ້ວຍສັນຍາ ລັກ ທ້ອງຖິ່ນຄື: ດຳນໍ້າຊົມຫີນປະກາລັງ, ຕຶກປາກັບຊາວ ປະ ມົງ... ແລະ ຮັບປະທານອາຫານ ທີ່ໄດ້ປຸງແຕ່ງ ຈາກເຄື່ອງທະ ເລ ທີ່ທຳມະຊາດ ໄດ້ມອບໃຫ້ແຜ່ນດິນແຫ່ງນີ້.
ເກາະ ກູ່ລາວຈ່າມ ເປັນເກາະໜຶ່ງ ຢູ່ທາງທິດ ຕາເວັນອອກ ຂອງ ໂຮ້ຍອານ, ຫ່າງຈາກທ່າກຳປັ່ນ ເກືອດ້າຍ 18 ກິໂລແມັດ ແລະ ຫ່າງຈາກນະຄອນ ດ່າໜັງ 48 ກິໂລແມັດ. |
ທີ່ ກູ່ລາວຈ່າມ, ບັນດາການເຄື່ອນໄຫວ ຖືລັກສະນະທ້ອງຖິ່ນ ໄດ້ຮັບການຕີລາຄາສູງຈາກນັກທ່ອງທ່ຽວ. ພົ້ນເດັ່ນແມ່ນ ການ ດຳນໍ້າ ຊົມຫີນປະກາລັງ. ບໍລິການດັ່ງກ່າວ ໄດ້ກະຕຸກຊຸກຍູ້ ນັກທ່ອງທ່ຽວ ເມື່ອມາຍັງ ກູ່ລາວຈ່າມ. ສຳລັບນັກທ່ອງທ່ຽວ ຢາກຊອກຮູ້ ກ່ຽວກັບ ຊີວິດການເປັນຢູ່ ໃນທະເລ ໃຫ້ເລິກເຊິ່ງ, ຈະມີບໍລິການດຳນໍ້າທະເລ ມີຖັງອົກຊີ ຫຼື ຍ່າງໃຕ້ມະຫາສະ ໝຸດ, ຊົມຫີນປະກາລັງ ຫຼາຍສີສັນ, ຢອກລໍ້ກັບປາ ທະເລ... ບັນດາການເຄື່ອນໄຫວ ເຕັມໄປດ້ວຍລັກສະນະ ທ້ອງຖິ່ນ ດ້ວຍ ບໍລິການຕຶກປາກັບຊາວປະມົງ, ຕຶກປາມຶກຍາມຄໍ່າຄືນ ຢູ່ ກູ່ລາວຈ່າມ ແລະ ອື່ນໆ.
ເກາະໜ່ວຍໜຶ່ງ ຢູ່ນອກຊາຍຝັ່ງ, ມີເຂດປ່າສະຫງວນ, ພ້ອມ ກັບບັນດາຮ່ອງຮອຍວັດທະນະທຳ ປະຫວັດສາດມີອາຍຸຫຼາຍ ຮ້ອຍປີ, ທຳມະຊາດ ຍັງຮັກສາໄດ້ຄວາມງາມແບບ ປະຖົມປະ ຖານ... ບັນດາສິ່ງເຫຼົ່ານັ້ນ ໄດ້ສ້າງຄວາມດູດດຶງໃຈເປັນພິເສດ ຂອງ ກູ່ລາວຈ່າມ.