ຂ່າວສານ

ສະເໜີຕົວ ຄະນະບໍລິຫານງານສູນກາງພັກຊຸດ ທີ XIII

ສະຫາຍຫງວຽນຝູ໋ຈ້ອງ , ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ປະທານປະເທດ ສສ ຫວຽດນາມ ຕາງໜ້າ ຄະນະບໍລິຫານ ງານສູນກາງພັກ ຊຸດທີ XIII ກ່າວຄຳປາໄສ. ພາບ: VNA
ພາຍຫຼັງການເຮັດວຽກຢ່າງຮີບຮ້ອນ, ຈິງຈັງ, ປະຊາທິປະໄຕ ດ້ວຍຄວາມຮັບຜິດຊອບສູງ ຕໍ່ພັກ ແລະ ປະຊາຊົນ ເປັນເວລາ 8 ວັນ, ຕອນເຊົ້າວັນທີ 1 ກຸມພາ 2021, ທີ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ), ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູ ນິດ ຫວຽດນາມ ໄດ້ຈັດພິທີປິດກອງປະຊຸມ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ພິທີປິດ ກອງປະຊຸມລວມມີ ບັນດາສະຫາຍໃນຄະນະປະທານກອງປະຊຸມຢ່າງຄົບຖ້ວນ.

ພ້ອມກັນເຂົ້າຮ່ວມມີບັນດາສະຫາຍການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ; ບັນດາສະຫາຍອະດີດກຳມະການສູນກາງພັກ ແຕ່ຊຸດທີ III ຮອດຊຸດທີ VII, ບັນດາສະຫາຍກຳມະການ ຄະນະກຳມະການ ກວດກາສູນກາງພັກ ຊຸດທີ XII; ຜູ້ຕາງໜ້າ ແມ່ ຫວຽດນາມ ວິລະຊົນ, ປັນຍາຊົນ, ນັກສິລະປິນ, ຜູ້ຊົງວຸດທິທາງສາສະໜາ ແລະ ຜູ້ຕາງໜ້າຄົນຮຸ່ນໜຸ່ມ ຫວຽດນາມ; ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມໃນພິທີໄຂກອງປະຊຸມດັ່ງກ່າວ.

ໂດຍ: VNA/VNP


















 

top