ຂ່າວສານ ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ໄທ 10/08/2016 (ພາບປະກອບ) ວັນທີ 09/08 ຢູ່ ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດ ໄທ ປະຈຳ ຫວຽດນາມ ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມ ສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ໄທ (06/08/1976 – 06/08/2016). ທີ່ພິທີໂຮມຊຸມນຸມ, ທ່ານ ມານົບໃຈ ວົງພັກດີ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ສະແດງຄວາມເບີກບານມ່ວນຊື່ນຕໍ່ການພັດທະນາຂອງສາຍພົວພັນມິດຕະພາບຮ່ວມມື ຫວຽດນາມ - ໄທ ໃນ 40 ປີຜ່ານມາ. 2 ປະເທດ ໄດ້ພັດທະນາການພົວພັນກາຍເປັນຄູ່ຮ່ວມມືຍຸດທະສາດ, ກວມລວມທຸກຂົງເຂດນັບແຕ່ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ກໍ່ຄືການພົບປະແລກປ່ຽນປະຊາຊົນ. ສວ່ນທ່ານ ຕະກວາງງອກ ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້ ການພົວພັນຮ່ວມມືລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ ນັບມື້ນັບພັດທະນາ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ປະເທດ, ເດືອນ 11/2016 ສະມາຄົມທັງ 2 ປະເທດຈະຈັດຕັ້ງການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ໄທ ຢູ່ ໄທ. ການເຄື່ອນໄຫວດັ່ງກ່າວ ຈະສືບຕໍ່ນຳສາຍພົວພັນມິດຕະພາບປະຊາຊົນ ຫວຽດນາມ - ໄທ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. (ແຫຼ່ງຄັດຈາກ VOV)

(ພາບປະກອບ) ວັນທີ 09/08 ຢູ່ ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດ ໄທ ປະຈຳ ຫວຽດນາມ ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມ ສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ໄທ (06/08/1976 – 06/08/2016). ທີ່ພິທີໂຮມຊຸມນຸມ, ທ່ານ ມານົບໃຈ ວົງພັກດີ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ສະແດງຄວາມເບີກບານມ່ວນຊື່ນຕໍ່ການພັດທະນາຂອງສາຍພົວພັນມິດຕະພາບຮ່ວມມື ຫວຽດນາມ - ໄທ ໃນ 40 ປີຜ່ານມາ. 2 ປະເທດ ໄດ້ພັດທະນາການພົວພັນກາຍເປັນຄູ່ຮ່ວມມືຍຸດທະສາດ, ກວມລວມທຸກຂົງເຂດນັບແຕ່ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ກໍ່ຄືການພົບປະແລກປ່ຽນປະຊາຊົນ. ສວ່ນທ່ານ ຕະກວາງງອກ ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້ ການພົວພັນຮ່ວມມືລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ ນັບມື້ນັບພັດທະນາ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ປະເທດ, ເດືອນ 11/2016 ສະມາຄົມທັງ 2 ປະເທດຈະຈັດຕັ້ງການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ໄທ ຢູ່ ໄທ. ການເຄື່ອນໄຫວດັ່ງກ່າວ ຈະສືບຕໍ່ນຳສາຍພົວພັນມິດຕະພາບປະຊາຊົນ ຫວຽດນາມ - ໄທ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. (ແຫຼ່ງຄັດຈາກ VOV)