ການສ້າງຕັ້ງແນວໂຮມປົດປ່ອຍພາກໃຕ້ໄດ້ເຮັດໃຫ້ຂະບວນການຕໍ່ສູ້ນັບມື້ນັບດຳເນີນໄປຢ່າງແຮງ, ກວ້າງຂວາງ ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບໃນປີ 1975.
ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ
ຕອນເຊົ້າວັນທີ 20 ທັນວາ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບ ຄະນະພັກນະຄອນ ໂຮ່ຈີມີນ ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມ (20/12/1960 - 20/12/2020). ເຂົ້າຮ່ວມການພົບປະສັງສັນ ມີບັນດາການນຳ, ອະດີດການນຳພັກ, ລັດ, ນັກປະຕິວັດອາວຸໂສ, ປັນຍາຊົນ, ຜູ້ມີຍົດສັກຕຳແຫນ່ງ…
ແນວໂຮມປະເທດຊາດປົດປ່ອຍພາກໃຕ້ ຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນບາດລ້ຽວຂອງການປະຕິວັດພາກໃຕ້. ການສ້າງຕັ້ງແນວໂຮມປົດປ່ອຍພາກໃຕ້ໄດ້ເຮັດໃຫ້ຂະບວນການຕໍ່ສູ້ນັບມື້ນັບດຳເນີນໄປຢ່າງແຮງ, ກວ້າງຂວາງ ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບໃນປີ 1975.
(ແຫຼ່ງຄັດຈາກ VOV)