ຂ່າວສານ

ສະຫຼຸບ 20 ປີແຫ່ງການປະຕິບັດວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ -ກຳປູເຈຍ

ວັນທີ 4 ມີນາ, ຢູ່ນະຄອນຝູກວກ, ແຂວງກຽນຢາງ, ກະຊວງການຕ່າງປະເທດຫວຽດນາມໄດ້ຈັດກອງປະຊຸມສະຫຼຸບ 20 ປີແຫ່ງການປະຕິບັດວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ກຳປູເຈຍ.

  ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນກ່າວຄຳເຫັນໄຂກອງປະຊຸມ

(ພາບ: VOV)   

ກ່າວຄຳເຫັນໄຂກອງປະຊຸມທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຖືວ່າກອງປະຊຸມມີຄວາມໝາຍສຳຄັນພິເສດເພື່ອແນໃສ່ຢັ້ງຢືນການປະຕິບັດສຳເລັດ ວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ໄດ້ 84%, ສະຫຼຸບລາຄາ ແລະ ຖອດຖອນບົດຮຽ 20 ປີແຫ່ງການຜັນຫຍາຍການເຈລະຈາີດເສັ້ນປັກຫຼັກໝາຍຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ (1999 - 2019), ພ້ອມທັງວາງອອກທິດທາງປະຕິບັດວຽກງານຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງໃນນັ້ນມີການຊຸກຍູ້ການເຈລະຈາຂີດເສັ້ນປັກຫຼັກໝາຍຊາຍແດນ ທີ່ຍັງເຫຼືອ 16 %. ທ່ານ ບຸຍແທັງເຊີນ ເນັ້ນໜັກວ່າ:

ໝາກຜົນທີ່ສະແດງອອກຢູ່ໃນ ເອກະສານ 2 ສະບັບດັ່ງກ່າວ ໄດ້ປະກອບສ່ວນປັບປຸງຄຸນນະພາບເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໃຫ້ສົມບູນແບບ ທັງກ່ຽວກັບດ້ານເອກະສານນິຕິກຳ ແລະ ໃນພື້ນທີ່ຕົວຈິງອັນໄດ້ຊ່ວຍໃຫ້ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດ ແລະ ປະຊາຊົນເຂດຊາຍແດນ ຮັບຮູ້ເສັ້ນຊາຍແດນໄດ້ຢ່າງງ່າຍດາຍປັບປຸງ ແລະ ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊາຍແດນເທື່ອລະກ້າວປະກອບສ່ວນເຂົ້າໃນການຮັກສາ ແລະ ປັບປຸງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ໃຫ້ມີສັນຕິພາບສະຖຽນລະພາບມີມິດຕະພາບ ແລະ ມີການຮ່ວມມືພັດທະນາແບບຍືນຍົງ.



top