ຂ່າວສານ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.
  ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກວດແຖວກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ. ພາບ: ຖົ໋ງເຍິດ/VNA  

ໃນຕອນເຊົ້າວັນທີ 26 ມັງກອນ, ພິທີຕ້ອນຮັບຢ່າງເປັນທາງການ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທຳນຽບປະທານປະເທດ ຕາມລະບຽບການສູງສຸດ ສຳລັບປະມຸກລັດ. ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບ.

 

  ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນພິທີຕ້ອນຮັບ. ພາບ: ເລິມແຄ໋ງ/VNA  

ເຂົ້າຮ່ວມໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ມາຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ ມີບັນດາສະຫາຍ ກຳມະການກົມການເມືອງ: ເຈິ່ນເກິ໊ມຕູ໋, ຜູ້ປະຈຳການ ຄະນະເລຂາທິການ; ເລມິງຮຶງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຟ້າມຢາຕຸກ, ຫົວໜ້າຫ້ອງວ່າການສູນກາງພັກ; ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ; ໂດ໊ວັນຈຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ; ຫງວຽນຢຸຍຫງອກ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ. 

  ພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ. ພາບ: ເລິມແຄ໋ງ/VNA  

ຮ່ວມໃນພິທີຕ້ອນຮັບ ຍັງມີສະຫາຍ: ຫວໍທິແອັງຊວນ, ເລຂາທິການສູນກາງພັກ, ຮອງປະທານປະເທດ; ບັນດາສະຫາຍ ກຳມະການສູນກາງພັກ, ການນຳບັນດາກະຊວງ, ຄະນະ, ຂະແໜງການສູນກາງ; ບັນດາສະຫາຍການນຳລັດຖະບານ, ຫ້ອງວ່າການເລຂາທິການໃຫຍ່ ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ ບັນດາປະເທດ ASEAN ປະຈຳ ຫວຽດນາມ.

  ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກວດແຖວກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ. ພາບ: ເລິມແຄ໋ງ/VNA  

top