ຂ່າວສານ

ສະຫາຍ ເລຂາທິການໃຫຍ່ ເລີ່ມເດີນທາງມາຢ້ຽມຢາມ ສປປ ລາວ ແລະ ຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ

ໃນຕອນເຊົ້າວັນທີ 1 ທັນວາ 2025, ສະຫາຍ ເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ນະຄອນຫຼວງ ວຽງຈັນ

ໃນຕອນເຊົ້າວັນທີ 1 ທັນວາ 2025, ສະຫາຍ ເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດະເຖິງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ; ທັງຮ່ວມເປັນປະທານໃນກອງປະຊຸມຂັ້ນສູງ ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ແຕ່ວັນທີ 1 ເຖິງ 2 ທັນວາ 2025, ຕາມຄຳເຊື້ອເຊີນຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ.

 

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນພິເສດຂອງ ຫວຽດນາມ ໃນປີ 2025 ແລະ ກໍ່ແມ່ນການຢ້ຽມຢາມທາງລັດຖະກິດ ລາວ ເປັນຄັ້ງທຳອິດຂອງສະຫາຍເລຂາທິການໃຫຍ່ ໂຕເລິມ ໃນຖານະຕຳແໜ່ງໃໝ່.

ກ່ອນໜ້ານັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ລາວ (02 ທັນວາ 1975 – 02 ທັນວາ 2025), ຕອນຄ່ຳວັນທີ 30 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດລາຍການສະແດງສິລະປະມິດຕະພາບ ລາວ - ຫວຽດນາມ. ໂດຍມີການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ; ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ພ້ອມກັບການນຳຂັ້ນສູງບັນດາກະຊວງ, ຄະນະ, ຂະແໜງການຂອງລາວ, ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ.


top