ຕອນເຊົ້າວັນທີ 19 ທັນວາ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເລີ່ມຕົ້ນການຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 19-21 ທັນວາ 2017, ຕາມຄຳເຊື້ອເຊີນ ຂອງສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ.
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດແຫ່ງ ສປປ ລາວ
ການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຂອງສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ແມ່ນເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ.
ກ່ຽວກັບຝ່າຍ ຫວຽດນາມ, ສືບຕໍ່ຢືນຢັນຄວາມສາມັກຄີສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຊື່ສັດບໍລິສຸດ, ຄວາມໂປ່ງໃສຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ກັບພັກ, ລັດ ແລະ ປະຊາຊົນ ລາວ; ຢັ້ງຢືນການສະໜັບສະໜູນຢ່າງເຂັ້ມແຂງ, ຮອບດ້ານຂອງ ຫວຽດນາມ ສຳລັບພາລະກິດການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ການສ້າງສາປະເທດຊາດ ລາວ, ປະກອບສ່ວນໜູນຊ່ວຍ ລາວ ປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຢ່າງມີໄຊ.
ປະຕິບັດ: VNA/VNP