ຂ່າວສານ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ເດີນທາງເຖິງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

ໃນຕອນເຊົ້າວັນທີ 26 ມັງກອນ, ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ.

ໄປຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນຍບາຍ ມີບັນດາສະຫາຍ ກຳມະການກົມການເມືອງ: ໂດ໊ວັນຈຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ; ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ສະຫາຍ ເລຂາທິການສູນກາງພັກ, ຮອງປະທານປະເທດ ຫວໍທິແອັງຊວນ; ບັນດາສະຫາຍ ກຳມະການສູນກາງພັກ: ເລແຄ໋ງຫາຍ, ຫົວໜ້າຫ້ອງວ່າການປະທານປະເທດ; ຫວູດ້າຍຖັ໋ງ, ປະທານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ; ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ.

  ສະຫາຍ ໂດ໊ວັນຈຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ແລະ ສະຫາຍ ຫວໍທິແອັງຊວນ, ຮອງປະທານປະເທດ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA  

  ສະຫາຍ ໂດ໊ວັນຈຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA  

  ພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA  

  ພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA  

  ນັກຮຽນ, ນັກສຶກສາ ນະຄອນຫຼວງ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA  

top