ຂ່າວສານ

ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພົບປະກັບ ສະຫາຍ ຈຸມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ

ຕອນບ່າຍວັນທີ 24 ກຸມພາ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະ ຢ່າງສະໜິດສະໜົມກັບ ສະຫາຍ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ຈຸມມາລີ ໄຊຍະສອນ ທີ່ສຳນັກງານ ປະທານປະເທດ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ລາຍງານຜົນສຳເລັດອັນຈົບງາມ ຂອງ ການພົບປະເຈລະຈາ, ພົບປະແລກປ່ຽນ ຄຳຄິດຄຳເຫັນ ກັບບັນດາທ່ານຜູ້ນຳສູງສູດ ຂອງ ພັກ, ລັດ, ປະຊາຊົນລາວ; ດີໃຈເຫັນວ່າ ສາຍພົວພັນ ຫວຽດນາມ-ລາວ ສືີບຕໍ່ມີການ ພັດທະນາ ຢ່າງຈົບງາມ ບົນຈິດໃຈ  ຂອງການຕົກລົງ ລະຫວ່າງຜູ້ນຳຂັ້ນສູງສອງປະເທດ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຍົກໃຫ້ເຫັນແຈ້ງວ່າ: ໃນຂະບວນວິວັດແຫ່ງການກໍ່ສ້າງ, ຂະຫຍາຍຕົວ ຢູ່ແຕ່ລະປະເທດ, ກໍຄືການເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ-ລາວ, ຕ້ອງເສີມຂະຫຍາຍພູມປັນຍາລວມໝູ່, ສຶກສາບົດຮຽນ ບັນດາຮຸ່ນສືບທອດບົດຮຽນອັນລຳ້ຄ່າ ຂອງ ບັນດາສະຫາຍຮຸ່ນກ່ອນ, ໃນນັ້ນມີ ສະຫາຍ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ຈຸມມາລີ ໄຊຍະສອນ, ແນໃສ່ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນແບບພິເສດ ສັດຊື່ບໍລິສຸດຫາຍາກ ຫວຽດນາມ-ລາວ. 

ສະຫາຍ ຈຸມມາລີ ໄຊຍະສອນ ເນັ້ນໜັກ ສາຍພົວພັນ ລາວ-ຫວຽດນາມ ໄດ້ມີການທົດສອບໃນໄລຍະຜ່ານມາ ແລະ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ, ພ້ອມກັນນັ້ນ ກໍຢືນຢັນຄວາມຈຳເປັນຕ້ອງ ຂອງ ສອງປະເທດ ພ້ອມກັນ ແບ່ງປັນ, ສະໜິດຕິດພັນ, ເພີ່ມພູນຄຸນສ້າງໃຫ້ແກ່ນຳ້ໃຈ ສາມັກຄີແບບພິເສດ ລາວ-ຫວຽດນາມ.

ສະຫາຍ ຈຸມມາລີ ໄຊຍະສອນ ມີຄວາມປາດຖະໜາວ່າ ສອງປະເທດຈະສືບຕໍ່ເອົາໃຈໃສ່ເຖິງວຽກງານການສຶກສາ, ບຳລຸງສ້າງ ບັນດາ ພະນັກງານຮຸ່ນສືບທອດ ກໍຄືປັດຈຸບັນ, ເພີ່ມທະວີການສຶກສາ, ເຂົ້າໃຈເຊີ່ງກັນ ແລະ ກັນ ກໍຄື ປະຊາຊົນຫຼາຍຊັ້ນຄົນ, ໂດຍສະເພາະຢ່າງຍິ່ງ ແມ່ນຮຸ່ນໄວໜຸ່ມ ກ່ຽວກັບມູນເຊື້ອການພົວພັນ ສາມັກຄີແບບພິເສດ ຫວຽດນາມ-ລາວ.

ໂດຍ: VNA/VNP

top