ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ປະຕິບັດສິດ ແລະ ພັນທະ ຂອງພົນລະເມືອງ, ເປັນຜູ້ປ່ອນບັດທຳອິດ ເພື່ອຄັດເລືອກເອົາ ຜູ້ທີ່ມີຄວາມເໝາະສົມທີ່ສຸດ ເຂົ້າເປັນສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026 - 2031.
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ພັນລະຍາ ປ່ອນບັດ ເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 21, ຕາແສງ ໄຕໂຮ່, ນະຄອນຫຼວງ ຮ່າໂນ້ຍ. ພາບ: ເຢືອງຢາງ - VNA
ໃນເວລາ 7:00 ໂມງເຊົ້າ ຂອງວັນທີ 15 ມີນາ, ທ່າມກາງບັນຍາກາດ
ວັນບຸນໃຫຍ່ຮ່ວມກັບຜູ້ມີສິດເລືອກຕັ້ງເກືອບ 79 ລ້ານຄົນ
ໃນທົ່ວປະເທດ, ຢູ່ເຂດເລືອກຕັ້ງທີ 21, ຕາແສງ
ໄຕໂຮ່, ນະຄອນຫຼວງ ຮ່າໂນ້ຍ, ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ປະຕິບັດສິດ
ແລະ ພັນທະຂອງພົນລະເມືອງ, ເປັນຜູ້ປ່ອນບັດທຳອິດ ເພື່ອຄັດເລືອກເອົາ ຜູ້ທີ່ມີຄວາມເໝາະສົມທີ່ສຸດ
ເຂົ້າເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XVI ແລະ
ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026-2031.
ຕັ້ງແຕ່ເຊົ້າມືດ, ຢູ່ເຂດເລືອກຕັ້ງທີ 21 (ຮ່ອມ 655 ລາກລອງກວນ, ຕາແສງ ໄຕໂຮ່) ແມ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ຂອງ ວັນບຸນໃຫຍ່.
ທຸງຊາດ, ປ້າຍຄຳຂວັນຕ່າງໆ ໄດ້ຮັບການປະດັບປະດາ ຢ່າງສະຫງ່າຜ່າເຜີຍ. ຜູ້ມີສິດເລືອກຕັ້ງ
ຈາກໜ່ວຍພົນລະເມືອງທີ 14 ແລະ 20 ຊວນລາ, ທີ 14 ຝູ໋ເຖື້ອງ ໄດ້ມາຮອດແຕ່ເຊົ້າ ເພື່ອປະຕິບັດສິດ ແລະ ພັນທະຂອງພົນລະເມືອງຂອງຕົນ.
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ພັນລະຍາ ຖ່າຍຮູບຮ່ວມກັບຜູ້ມີສິດເລືອກຕັ້ງ
ຢູ່ເຂດເລືອກຕັ້ງທີ 21,
ຕາແສງ ໄຕໂຮ່, ນະຄອນຫຼວງ ຮ່າໂນ້ຍ. ພາບ: ເຢືອງຢາງ - VNA
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ພັນລະຍາ ປ່ອນບັດເ ລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 21, ຕາແສງ ໄຕໂຮ່, ນະຄອນຫຼວງ ຮ່າໂນ້ຍ. ພາບ: ເຢືອງຢາງ - VNA