ຂ່າວສານ

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຫາກໍໄດ້ຈັດຕັ້ງຂຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ໃນວັນທີ 5 ກຸມພາ 2026, ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກເດີນທາງຈາກນະຄອນຫຼວງ ຮ່າໂນ້ຍ ເພື່ອໄປຢ້ຽມຢາມທາງລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາມຄຳເຊີນຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ.

ສະຫາຍເລຂາທິການໃຫຍ່ ໂຕເລິມ. (ພາບ: ຖົ໋ງເຍິດ-VNA)

ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດດີເພື່ອໃຫ້ສອງພັກ, ສອງລັດ ສືບຕໍ່ຢັ້ງຢືນຢ່າງແຂງແຮງ ກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ, ຄວາມຜູກພັນທີ່ສະໜິດແໜ້ນ ແລະ ຄວາມຊື່ສັດບໍລິສຸດ ລະຫວ່າງ ຫວຽດນາມ ແລະ ລາວ - ເຊິ່ງແມ່ນສາຍພົວພັນທີ່ສະໜິດສະໜົມ ທີ່ໄດ້ຮັບການທົດສອບ, ຫຼໍ່ຫຼອມ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ຜ່ານບັນດາໄລຍະປະຫວັດສາດ; ພ້ອມກັນນັ້ນ, ກໍຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທາງດ້ານການເມືອງອັນສູງສຸດ ຂອງການນຳລະດັບສູງສອງພັກ, ສອງລັດ ໃນການຊຸກຍູ້ສາຍພົວພັນໃຫ້ມີການຂະຫຍາຍຕົວ ເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.


top