ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະ ດູແລສຸຂະພາບພະນັກງານສູນກາງພັກ, ສະຫາຍ ຫງວຽນຝູ໋ຈ້ອງ, ເກີດປີ 1944, ເລຂາທິການໃຫຍ່ແຫ່ງ ສສ ຫວຽດນາມ, ເນື່ອງມາຈາກສະຫາຍເປັນພະຍາດທີ່ໜັກໜ່ວງຮ້າຍແຮງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກບັນດາສາດສະດາຈານ, ທ່ານໝໍ, ບັນດາການນຳພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂໃນການປິ່ນປົວແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດໄດ້. ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 13 ໂມງ 38 ນາທີ, ວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍກອງທັບສູນກາງ 108.
ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ພາບ: VNA
ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະ ດູແລສຸຂະພາບພະນັກງານສູນກາງພັກ, ສະຫາຍ ຫງວຽນຝູ໋ຈ້ອງ, ເກີດປີ 1944, ເລຂາທິການໃຫຍ່ແຫ່ງ ສສ ຫວຽດນາມ, ເນື່ອງມາຈາກສະຫາຍເປັນພະຍາດທີ່ໜັກໜ່ວງຮ້າຍແຮງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກບັນດາສາດສະດາຈານ, ທ່ານໝໍ, ບັນດາການນຳພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂໃນການປິ່ນປົວແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດໄດ້. ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 13 ໂມງ 38 ນາທີ, ວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍກອງທັບສູນກາງ 108.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະອອກຖະແຫຼງການພິເສດກ່ຽວກັບການຈັດຕັ້ງງານສົບຂອງສະຫາຍ ຫງວຽນຝູ໋ຈ້ອງ.