ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.
ປະຊາຊົນ 4 ລ້ານຄົນພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້ (ພາບປະກອບ: REUTERS/El Tayeb Siddig)
ວັນທີ 13 ມັງກອນ, ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການໜູນຊ່ວຍມະນຸດສະທຳທີ່ມີມູນຄ່າ 1,5 ຕື້ USD ຢ່າງເປັນທາງການ ເພື່ອໜູນຊ່ວຍປະຊາຊົນ 4,3 ລ້ານຄົນຢູ່ປະເທດ ອາຟະລິກາ ນີ້ໃນປີ 2026.
ຕາມແຈ້ງການຈາກຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ ປະຈຳ ຊູດັງໃຕ້ (OCHA) ແລ້ວ, ປະເທດນີ້ພວມປະເຊີນໜ້າກັບໜຶ່ງໃນບັນດາວິກິດການສັບສົນທີ່ສຸດໃນໂລກ. ສະນັ້ນ, ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.
ສະຫະປະຊາຊາດພວກະຕຸກຊຸກຍູ້ບັນດາຝ່າຍປະທະກັນ ຢຸດຕິການໃຊ້ຄວາມຮຸນແຮງ, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນຮີບເຮັ່ງປະກອບເງິນເພື່ອຮັກສາບັນດາເຄື່ອນໄຫວກູ້ຊ່ວຍຊີວິດຢ່າງທັນການ.