ມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼື ຮ້າຍແຮງກວ່າໃນເດືອນ ມີນາ
ສະຫະປະຊາຊາດໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳຢູ່ ໂຊມາລີ ນັບມື້ນັບຮ້າຍແຮງ (ພາບ: REUTERS/Feisal Oma)
ວັນທີ 25 ກຸມພາ, ສະຫະປະຊາຊາດໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳຢູ່ ໂຊມາລີ ນັບມື້ນັບຮ້າຍແຮງ, ດ້ວຍຈຳນວນເກືອບ 6,5 ລ້ານຄົນພວມປະເຊີນໜ້າກັບສະພາບອຶດຫິວຢູ່ລະດັບສູງ ແລະ ເດັກນ້ອຍກວ່າ 1,8 ລ້ານຄົນມີຄວາມສ່ຽງຂາດສານອາຫານກະທັນຫັນຍ້ອນໄພແຫ້ງແລ້ງເກີດຂຶ້ນຢ່າງຮ້າຍແຮງ.
ຄຳກ່າວເຕືອນໄດ້ຍົກອອກມາພາຍຫຼັງບົດລາຍງານການຈຳແນກໄລຍະຄວາມໝັ້ນຄົງດ້ານສະບຽງອາຫານແບບບູລະນະການ (IPC) ໄດ້ປະກາດການຄາດຄະເນວ່າ ມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼື ຮ້າຍແຮງກວ່າໃນເດືອນ ມີນາ, ເພີ່ມຂຶ້ນ 1,7 ລ້າຄົນເມື່ອທຽບໃສ່ເດືອນ ມັງກອນ.
ບົດລາຍງານກໍ່ຄາດຄະເນວ່າ ມີປະມານ 2 ລ້ານຄົນພວມຢູ່ໃນສະພາບອຶດຫິວຢ່າງຮ້າຍແຮງ, ໃນຂະນະນັ້ນ ມີເດັກນ້ອຍກວ່າ 1,8 ລ້ານຄົນອາຍຸຕ່ຳກວ່າ 5 ປີມີຄວາມສ່ຽງຂາດສານອາຫານກະທັນຫັນໃນປີ 2026, ໃນນັ້ນມີເດັກນ້ອຍປະມານ 500.000 ຄົນອາດຈະຂາດສານອາຫານໜັກ.