ພາຍຫຼັງກວ່າ 4 ທົດສະວັດ, ຮ່າງກົດໝາຍນີ້ຈະໄດ້ຍື່ນສະເໜີຕໍ່ສະພາສູງພິຈາລະນາ ແລະ ຫຼັງຈາກນັ້ນແມ່ນພະບາດສົມເດັດພະບໍລົມມະນຽດມະຫາກະສັດ ໃຫ້ສັດຕະຍາບັນ ເພື່ອຍື່ນສະເໜີຕໍ່ສະຫະປະຊາຊາດຢ່າງເປັນທາງການ.
(ກຳປູເຈຍ ໄດ້ຮັບຮອງເອົາຮ່າງມະຕິໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982)
ວັນທີ 16 ມັງກອນ, ດ້ວຍຄວາມເປັນເອກະພາບຢ່າງສິ້ນເຊິງ, ກອງປະຊຸມເທື່ອທີ 5, ສະພາແຫ່ງຊາດຊຸດທີ 7 ຂອງ ກຳປູເຈຍ ໄດ້ຮັບຮອງເອົາຮ່າງມະຕິໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ນີ້ໄດ້ຮັບຖືວ່າ ແມ່ນບາດລ້ຽວປະຫວັດສາດໃນການສ້າງກອບນິຕິກຳໃຫ້ສົມບູນແບບ ແລະ ຢືນຢັນທີ່ຕັ້ງຂອງລາຊະອານາຈັກ ກຳປູເຈຍ ຢູ່ບັນດາເວທີປາໄສການເດີນທະເລສາກົນ. ເຫດການໄດ້ສ້າງຂີດໝາຍການປະຕິບັດບັນດາຄຳໝັ້ນສັນຍາເຊິ່ງ ກຳປູເຈຍ ໄດ້ລົງນາມນັບແຕ່ວັນທີ 01 ກໍລະກົດ 1983. ພາຍຫຼັງກວ່າ 4 ທົດສະວັດ, ຮ່າງກົດໝາຍນີ້ຈະໄດ້ຍື່ນສະເໜີຕໍ່ສະພາສູງພິຈາລະນາ ແລະ ຫຼັງຈາກນັ້ນແມ່ນພະບາດສົມເດັດພະບໍລົມມະນຽດມະຫາກະສັດ ໃຫ້ສັດຕະຍາບັນ ເພື່ອຍື່ນສະເໜີຕໍ່ສະຫະປະຊາຊາດຢ່າງເປັນທາງການ.
ວັນທີ 23 ມິຖຸນາ 1994, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນເອກະສານນິຕິກຳສຳຄັນດັ່ງກ່າວຢ່າງເປັນທາງການ.