ຂ່າວສານ

ສະພາແຫ່ງຊາດລົງມະຕິຮັບຮອງເອົາມະຕິ, ຮ່າງກົດໝາຍສຳຄັນບາງສະບັບ

      ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2015, ມະຕິກ່ຽວກັບເລື່ອງແຍກເນື້ອໃນທົດແທນ, ຫນູນຊ່ວຍ, ສ້າງທີ່ຢູ່ອາໄສຄືນໃຫມ່ ກາຍເປັນພາກສ່ວນໂຄງການພາກສ່ວນເພື່ອຜັນຂະຫຍາຍທ່າອາກາດສະຍານສາກົນ ລອງແທ່ງ. 

 ບັນດາຜູ້ແທນທີ່ຫໍປະຊຸມ
      ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 19 ມິຖຸນາ ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາ ແລະ ພັດທະນາປ່າ (ສະບັບປັບປຸງ), ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ລົງມະຕິຮັບຮອງເອົາມະຕິໃຫ້ສັດຕະຍາບັນໃບສະເຫນີຂອງຫົວຫນ້າສານປະຊາຊົນສູງສຸດກ່ຽວກັບການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ 2 ຄົນ.
      ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2015, ມະຕິກ່ຽວກັບເລື່ອງແຍກເນື້ອໃນທົດແທນ, ຫນູນຊ່ວຍ, ສ້າງທີ່ຢູ່ອາໄສຄືນໃຫມ່ ກາຍເປັນພາກສ່ວນໂຄງການພາກສ່ວນເພື່ອຜັນຂະຫຍາຍທ່າອາກາດສະຍານສາກົນ ລອງແທ່ງ. ສະພາແຫ່ງຊາດ ກໍ່ລົງມະຕິ ແລະ ຮັບຮອງເອົາຮ່າງກົດໝາຍບາງສະບັບນັ້ນແມ່ນ ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ (ສະບັບປັບປຸງ), ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ)
(ແຫຼ່ງຄັດຈາກ VOV)
 

top