ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຢູ່ກອງປະຊຸມກ່ຽວກັບຮ່າງກົດໝາຍຫຼາຍ​ສະ​ບັບ

ວັນທີ 17 ພະຈິກ ທີ່ ຮ່າໂນ້ຍ, ສະພາແຫ່ງຊາດພິຈາລະນາຫຼາຍເນື້ອໃນ, ຄື: ປຶກສາຫາລືຢູ່ກຸ່ມກ່ຽວກັບຮ່າງກົດໝາຍການຈັດເກັບເອກກະສານແຫ່ງຊາດ (ສະບັບປັບປຸງ); ປຶກສາຫາລືມະຕິຂອງສະພາແຫ່ງຊາດກັບບັນດາກົນໄກ, ນະໂຍບາຍສະເພາະໃນການປະຕິບັດມະຕິ ສະບັບເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາສຶກສາ ແລະ ບຳລຸງກໍ່ສ້າງ...
ບັນຍາກາດຂອງກອງປະຊຸມ (ພາບ: VOV)

ໂດຍສືບຕໍ່ລາຍການກອງປະຊຸມວິສາມັນຄັ້ງທີ 10, ສະພາແຫ່ງຊາດຊຸດທີ XV, ວັນທີ 17 ພະຈິກ ທີ່ ຮ່າໂນ້ຍ, ສະພາແຫ່ງຊາດພິຈາລະນາຫຼາຍເນື້ອໃນ, ຄື: ປຶກສາຫາລືຢູ່ກຸ່ມກ່ຽວກັບຮ່າງກົດໝາຍການຈັດເກັບເອກກະສານແຫ່ງຊາດ (ສະບັບປັບປຸງ); ປຶກສາຫາລືມະຕິຂອງສະພາແຫ່ງຊາດກັບບັນດາກົນໄກ, ນະໂຍບາຍສະເພາະໃນການປະຕິບັດມະຕິ ສະບັບເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາສຶກສາ ແລະ ບຳລຸງກໍ່ສ້າງ; ມະຕິຂອງສະພາແຫ່ງຊາດກ່ຽວກັບບັດດາກົນໄກ, ນະໂຍບາຍເພື່ອປະຕິບັດຢ່າງມີປະສິດຕິຜົນ   ມະຕິສະບັບເລກທີ 72 ຂອງກົມການເມືອງກ່ຽວກັບບາງວິທີການແກ້ໄຂບຸກທະລຸ, ເສີມຂະຫຍາຍການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ.

ສະພາແຫ່ງຊາດຍັງໄດ້ປຶກສາຫາລື ຢູ່ ທີີ່ກອງປະຊຸມກ່ຽວກັບ: ຮ່າງກົດໝາຍກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍ 10 ສະບັບທີ່ກ່ຽວຂ້ອງເຖິງການຮັກສາຄວາມປອດໄພ, ຄວາມສະຫງົບ; ຮ່າງກົດໝາຍສະບັບປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ແລະ ອຸດສາຫະກໍາ ແລະ ອື່ນໆ.


top