ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການ ຕ້ານອັກຄີໄພ ແລະ ດັບເພີງ

      ສາຍເຫດກໍ່ໃຫ້ເກີດໄຟໄໝ້ ແມ່ນຍ້ອນຄວາມປະໝາດຂອງຄົນເຮົາ.

(ພາບປະກອບ: quochoi.vn)
      ຕອນເຊົ້າວັນທີ 13 ພະຈິກ, ເມື່ອປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການຕ້ານອັກຄີໄພ ແລະ ດັບເພີງ ໄລຍະ 2014 – 2018, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາວ່າ ສາຍເຫດກໍ່ໃຫ້ເກີດໄຟໄໝ້ ແມ່ນຍ້ອນຄວາມປະໝາດຂອງຄົນເຮົາ, ສະເໜີໃຫ້ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນວຽກງານໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານອັກຄີໄພ ແລະ ດັບເພີງ; ພ້ອມທັງນໍາສະເໜີຫຼາຍມາດຕະການເພື່ອຕ້ານອັກຄີໄພ ແລະ ດັບເພີງ; ນອກຈາກນັ້ນ ກໍສະເໜີໃຫ້ສະພາແຫ່່ງຊາດປະກາດມະຕິຂອງສະພາແຫ່ງຊາດກ່ຽວກັບຜົນຂອງການຕິດຕາມກວດກາ ເພື່ອແນໃສ່ຈໍາກັດກໍລະນີເກີດໄຟໄໝ້ ແລະ ລະເບີດ. 
 (ແຫຼ່ງຄັດຈາກ VOV)


top