ຂ່າວສານ

ສະພາສູງ, ສະພາຕ່ຳ ອາເມລິກາ ສະໜັບສະໜູນການພົວພັນກັບ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ຈະສະໜັບສະໜູນເລື່ອງ 2 ປະເທດເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບການນຳກຳມາທິການການຕ່າງປະເທດສະພາສູງ ອາເມລິກາ)

ວັນທີ 19 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ທີ່ນະຄອນຫຼວງ ວິຊິນເຕັນ, ປະເທດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະກັບການນຳຂອງກຳມາທິການການຕ່າງປະເທດສະພາສູງ ອາເມລິກາ; ປະທານສະພາຕ່ຳ ແລະ ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ.

ທີ່ການພົບປະກັບການນຳກຳມາທິການການຕ່າງປະເທດສະພາສູງ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ  ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ຈະສະໜັບສະໜູນເລື່ອງ 2 ປະເທດເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະກັບທ່ານປະທານສະມາຊິກສະພາຕ່ຳ Kevin McCarthy, ປະທານສະພາຕ່ຳ ອາເມລິກາ, ທ່ານສະມາຊິກສະພາຕ່ຳ Michael McCaul, ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຫວັງວ່າ ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນ ຫວຽດນາມ ຮັບຮູ້ລະບຽບການເສດຖະກິດການຕະຫຼາດໃຫ້ແກ່ ຫວຽດນາມ ກໍ່ຄືສືບຕໍ່ເອົາໃຈໃສ່, ສະຫງວນແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.  

2 ຝ່າຍກໍ່ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນເຫັນດີຊຸກຍູ້ບົດບາດໃຈກາງຂອງ ອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອາເມລິກາ, ການຮ່ວມມືແມ່ນ້ຳຂອງ - ອາເມລິກາ, ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ.


top