ຕາມເວັບໄຊ
worldometers.info ແລ້ວ, ໄລ່ຮອດເວລາ 23 ໂມງຂອງວັນທີ 28 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 170 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,53 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ສືບຕໍ່ແມ່ນ 3 ປະເທດນຳໜ້າກ່ຽວກັບອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 28 ພຶດສະພາ,ທ່ານ Hans Kluge ຜູ້ອຳນວຍການຮັບຜິດຊອບພາກພື້ນ ເອີລົບ ຂອງອົງການອະນາໄມໂລກ, ໄດ້ຄາດຄະເນວ່າ ໂລກລະບາດໂຄວິດ - 19 ຈະສິ້ນສຸດລົງໄດ້ ເມື່ອມີປະຊາຊົນຢ່າງໜ້ອຍສຸດ 70% ໃນທົ່ວປະເທດ ໄດ້ຮັບການສັກວັກຊິນກັນໂຄວິດ - 19 ເທົ່ານັ້ນ.