ຂ່າວສານ ສະພາຄວາມໝັ້ນຄົງ ສປຊ ປະຕິເສດມະຕິຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ 16/08/2020 ວັນທີ 14 ສິງຫາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ປະຕິເສດມະຕິ ໂດຍອາເມລິກາ ສະເໜີກ່ຽວກັບເລື່ອງຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ ເຊິ່ງຈະໝົດອາຍຸໃນເດືອນ ຕຸລາ ຈະມາເຖິງຕາມຂໍ້ກຳນົດ. ພາບປະກອບ / THX/TTXVN ມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນ 2 ບັດ, ບັດຄ້ານ 2 ບັດ ແລະ ບັດຂາວ 11 ບັດ. ໃນຖະແຫຼງການ ກ່ອນທີ່ສະພາຄວາມໝັ້ນຄົງຈະປະກາດໝາກຜົນການປ່ອນບັດຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ສະແດງຄວາມຜິດຫວັງຕໍ່ໝາກຜົນການປ່ອນບັດດັ່ງກ່າວ. ເລື່ອງມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນພຽງແຕ່ 2 ບັດ ນັ້ນໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ນັບມື້ນັບຢູ່ໂດດດ່ຽວໃນບັນຫານິວເຄຼຍຂອງ ອີຣານ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຕັດສິນໃຈຖອນ ອາເມລິກາ ອອກຈາກແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ເມື່ອເດືອນ ພຶດສະພາ 2018. (ແຫຼ່ງຄັດຈາກ VOV)

ວັນທີ 14 ສິງຫາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ປະຕິເສດມະຕິ ໂດຍອາເມລິກາ ສະເໜີກ່ຽວກັບເລື່ອງຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ ເຊິ່ງຈະໝົດອາຍຸໃນເດືອນ ຕຸລາ ຈະມາເຖິງຕາມຂໍ້ກຳນົດ. ພາບປະກອບ / THX/TTXVN ມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນ 2 ບັດ, ບັດຄ້ານ 2 ບັດ ແລະ ບັດຂາວ 11 ບັດ. ໃນຖະແຫຼງການ ກ່ອນທີ່ສະພາຄວາມໝັ້ນຄົງຈະປະກາດໝາກຜົນການປ່ອນບັດຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ສະແດງຄວາມຜິດຫວັງຕໍ່ໝາກຜົນການປ່ອນບັດດັ່ງກ່າວ. ເລື່ອງມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນພຽງແຕ່ 2 ບັດ ນັ້ນໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ນັບມື້ນັບຢູ່ໂດດດ່ຽວໃນບັນຫານິວເຄຼຍຂອງ ອີຣານ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຕັດສິນໃຈຖອນ ອາເມລິກາ ອອກຈາກແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ເມື່ອເດືອນ ພຶດສະພາ 2018. (ແຫຼ່ງຄັດຈາກ VOV)