ໂດຍໄດ້ຮັບແຮງບັນດານໃຈ ຈາກບັນດາໂຕະປິ່ນເຮັດເຄື່ອງປັ້ນ ດິນເຜົາ, ສູນສິ່ງຍອດຍິ່ງໝູ່ບ້ານອາຊີບຫັດຖະກຳ ຫວຽດ ໄດ້ຮັບການກໍ່ສ້າງ ຢູ່ໃຈກາງໝູ່ບ້ານເຄື່ອງປັ້ນດິນເຜົາ ບ໋າດຈ່າງ (ເມືອງ ຢາເລີມ, ຮ່າໂນ້ຍ). ກິດຈະກຳດັ່ງກ່າວ ໄດ້ຮັບການກໍ່ສ້າງ ເພື່ອແນໃສ່ເຊີດຊູ ບັນດາຄຸນຄ່າ ແລະ ສິ່ງຍອດຍິ່ງ ຂອງໝູ່ບ້ານອາ ຊີບຫັດຖະກຳ ບ໋າດຈ່າງ ແລະ ໂຄສະນາພາບພົດ, ເຄື່ອງໝາຍ ການຄ້າ ເຄື່ອງປັ້ນດິນເຜົາ ແລະ ຜະລິດຕະພັນຫັດຖະກຳອື່ນໆ ຂອງ ຫວຽດນາມ ຢ່າງກວ້າງຂວາງ.
ໂຄງການດັ່ງກ່າວຕັ້ງຢູ່ ເລກທີ 28, ບ້ານ 5, ໝູ່ບ້ານບູຮານ ບ໋າດ ຈ່າງ, ມີເນື້ອທີ່ 3.300 ມ2 ໂດຍການອອກແບບ ຂອງ ນັກສະຖາປະນິກ ຮວ່າງຖຸກຮ່າວ ໃນປີ 2018 ດ້ວຍ ເງິນລົງທຶນປະມານ 150 ຕື້ດົ່ງ. ຕາມໜ່ວຍງານອອກແບບ ໃຫ້ຮູ້ວ່າ ໂຄງການໄດ້ ຮັບການອອກແບບ ຈາກແຮງບັນດານໃຈ ຈາກຮູບພາບ ບັນດາ ໂຕະປິ່ນ ເຮັດເຄື່ອງປັ້ນດິນເຜົາ ສະຫຼັບໃສ່ກັນ. ໃນອີກມູມໜຶ່ງ, ຜູ້ຊົມສາມາດຄິດເຖິງຮູບພາບ ເຕົາເຜົາ ບູຮານ ຂອງຊາວ ບ໋າດ ຈ່າງ ແຕ່ສະໄໝກ່ອນ.
ຫໍພິພິທະພັນ ເຄື່ອງປັ້ນດິນເຜົາ ບ໋າດຈ່າງ - ສະຖານທີ່ ວາງສະ ແດງເຄື່ອງປັ້ນດິນເຜົາ ທີ່ໄດ້ປະກົດຕົວ ຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາ ບ໋າດຈ່າງ ເມື່ອບໍ່ດົນມານີ້.
ເບິ່ງຈາກທາງນອກ ອາຄານນີ້ ມີ 7 ກ້ອນຮູບເສັ້ນກຽວ ຊ່ຶງເປັນ ຕົວແທນໃຫ້ 7 ໂຕະປິ່ນ ເຄື່ອງປັ້ນດິນເຜົາ (ເຄື່ອງມືທີ່ຂາດບໍ່ໄດ້ ຂອງ ອາຊີບຜະລິດ ເຄື່ອງປັ້ນດິນເຜົາ ພື້ນເມືອງ). ຕົວອາຄານມີ ສະຖາປັດຕະຍະກໍາ ຂ້ອນຂ້າງຕັນ ແລະ ທົນທານ, ແຕ່ຍັງມີ ບັນ ດາເສັ້ນໂຄ້ງທີ່ອ່ອນຊ້ອຍ ພ້ອມກັບ ປ່ອງຢ້ຽມຫຼາຍປ່ອງເພື່ອຮັບ ແສງສະຫວ່າງທີີ່ດີ. ເມື່ອກ້າວເຂົ້າພາຍໃນ, ນັກທ່ອງທ່ຽວຈະໄດ້ເຫັນຍ່ານບັນຍາກາດ ຂອງ ເຕົາເຜົາບູຮານ - ບ່ອນໃຊ້ເຜົາ ຜະລິດຕະພັນ. ດັ່ງນັ້ນ, ອາຄານດັ່ງກ່າວແມ່ນການປະສົມປະສານ ຂອງເຄື່ອງມືຜະລິດເຄື່ອງປັ້ນດິນເຜົາ ຄືໂຕະປິ່ນ ກັບ ເຕົາເຜົາ ບູຮານ ອັນໄດ້ສະແດງໃຫ້ເຫັນສີມື, ສະຕິປັນຍາ ແລະ ຈິດໃຈ ຂອງ ຜູ້ເປັນນາຍຊ່າງຜະລິດ ເຄື່ອງປັ້ນດິນເຜົາ.
ຊັ້ນ 1 ເປັນບ່ອນຈັດຕະຫຼາດນັດ, ເຫດການຕ່າງໆ ແລະ ທັງເປັນ ສະຖານທີ່ວາງສະແດງສິນຄ້າ ເພື່ອໃຫ້ນັກທ່ອງທ່ຽວ ສາມາດ ຊື້ສິນຄ້າ ທີ່ຕົນມັກນຳເມືອເປັນຂອງທີ່ລະນຶກ.
ຊັ້ນ 2 ແມ່ນພື້ນທີ່ວາງສະແດງຜະລິດຕະພັນ ເຄື່ອງປັ້ນດິນເຜົາ ທີ່ເປັນຕົວແທນຂອງບັນດາໝູ່ບ້ານຫັດຖະກຳ, ໂດຍ ສະເພາະແມ່ນເຄື່ອງປັ້ນດິນເຜົາ ບ໋າດຈ່າງ ໃນອະດີດ-ປັດຈຸບັນ.
ຊັ້ນ 3 ແມ່ນສູນສິລະປະຍຸກສະໄໝ ຈ້ອນ De’licat.
ຊັ້ນ 4 ແລະ ຊັ້ນ 5 ແມ່ນໂຮງລະຄອນ, ຮ້ານ ກາເຟ, ພື້ນທີ່ ສະ ຫງວນໃຫ້ແກ່ການຈັດສິລະປະດື່ມນ້ຳຊາ, ຈັດຕັ້ງເຫດການ, ການເຄື່ອນໄຫວສິລະປະ ພື້ນເມືອງ ແລະ ວັດທະນະທໍາ-ສິລະ ປະຕາມເວລາກຳນົດ. ນັກທ່ອງທ່ຽວ ສາມາດເຂົ້າຮ່ວມບັນດາເຫດການວັດທະນະທຳ, ການສະແດງຜະລິດຕະພັນຂອງນັກສິລະປິນ ແລະ ບັນດາການເຄື່ອນໄຫວສິລະປະພື້ນເມືອງຄື: ຂັບ ລຳພື້ນເມືອງ, ກວານຫໍ້, ກາຈູ່, ເຈົົ່າວັນ, ແຈ່ວ, ຕ່ວງ... ຢູ່ທີ່ນີ້.
ນອກນີ້, ຍັງມີພື້ນທີ່ຮ້ານອາຫານເພື່ອຮັບໃຊ້ນັກທ່ອງທ່ຽວ, ມີ ຫ້ອງພັກ 9 ຫ້ອງ ເພື່ອບໍລິການໃຫ້ນັກທ່ອງທ່ຽວ ເມື່ອມາ ຢ້ຽມ ຢາມໝູ່ບ້ານ ບ໋າດຈ່າງ ສາມາດຢຸດພັກຜ່ອນຊົ່ວຄາວ ເພື່ອຈະ ໄດ້ມີເວລາ ເພື່ອຊອກຮູ້, ຄົ້ນພົບ ໝູ່ບ້ານອາຊີບຫຼາຍຍິ່ງຂຶ້ນ.
ສູນສິ່ງຍອດຍິ່ງໝູ່ບ້ານອາຊີບຫັດຖະກຳ ຫວຽດ ຈະແມ່ນ ຈຸດທີ່ ມາ ດຶງດູດໃຈ, ແປກໃໝ່, ເຂັ້ມຂົ້ນໄປດ້ວຍ ນໍ້າໃຈຊາດ ສຳລັບຜູ້ຮັກມັກອາຊີບເຄື່ອງປັ້ນດິນເຜົາ ນັບທັງຜູ້ທີ່ຢາກຊອກຮູ້ເພີ່ມເຕີມ ກ່ຽວກັບໝູ່ບ້ານຫັດຖະກຳພື້ນເມືອງ ຫຼື ໄປຢ້ຽມຢາມ ແລະ ຖ່າຍ ຮູບທີ່ລະນຶກ. ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ເປັນບ່ອນ ຮັກສາ, ຮັກ ສາໄວ້ວັດທະນະທຳ ຂອງ ໝູ່ບ້ານເຄື່ອງປັ້ນດິນເຜົາ ບ໋າດຈ່າງ ເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ ເພື່ອໃຫ້ທ່ອງທ່ຽວ ສາມາດມາ ທັດສະນະສຶກສາ ແລະ ຢ້ຽມຊົມ ບັນດາຜົນງານ ອັນລ້ຳຄ່າ ຂອງ ໝູ່ບ້ານ ອີກດ້ວຍ.
ຊັ້ນເທິງສຸດຂອງ ຫໍພິພິທະພັນ ແມ່ນພື້ນທີ່ດື່ມຊາ, ເພີດເພີນ ສິລະປະ ແກະສະຫຼັກແສງສະຫວ່າງ ແລະ ຮ້ານກາເຟ.
ຫໍພິພິທະພັນເຄື່ອງປັ້ນດິນເຜົາແມ່ນສະຖານທີ່ຕ້ອນຮັບຫຼາຍຫົວໜ່ວຍ, ໝູ່ຄະນະ ຫຼື ບຸກຄົນທີ່ມາຢ້ຽມຢາມໃນແຕ່ລະມື້. ໃນຊ່ວງວັນບຸນ, ວັນພັກ, ຫໍພິພິທະພັນໄດ້ຕ້ອນຮັບນັກທ່ອງທ່ຽວເຖິງ 1.500 ຄົນ, ແລະ ໃນມື້ອື່ນໆ ຂອງອາທິດ, ຫໍພິພິທະພັນໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 200-300 ຄົນ.
ລາຄາປີ້ເຂົ້າຫໍພິພິທະພັນເຄື່ອງປັ້ນດິນເຜົາ ບ໋າດຈ່າງ: 50.000 ດົ່ງ/ຄົນ.
ປະຕິບັດໂດຍ: ກົງດາດ - ແປໂດຍ: ບິກລຽນ