ຂ່າວສານ

ສະຖາບັນ Pasteur ປາຣີ ປາດຖະໜາ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຝ່າຍ ຫວຽດນາມ ໃນຂົງເຂດ ສາທາລະນະສຸກ

ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບສາດສະດາຈານ Stewart Cole, ຫົວໜ້າ ສະຖາບັນ Pasteur ປາຣີ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບສາດສະດາຈານ Stewart Cole, ຫົວໜ້າ ສະຖາບັນ Pasteur ປາຣີ (ພາບ: ເຢືອງຢາງ/TTXVN)  

 ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ສາທາລະນະສຸກ ເປັນຂະແໜງຮ່ວມມືທີ່ມີມູນເຊື້ອດີງາມ, ເປັນໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ຝລັ່ງ ໃຫ້ນັບມື້ນັບພັດທະນາກວ່າອີກ; ຫວຽດນາມ ຖືເປັນສຳຄັນທີ່ສຸດຕໍ່ການຮ່ວມມືດ້ານສາທາລະນະສຸກກັບ ຝລັ່ງ ເວົ້າລວມ ແລະ ກັບ ສະຖາບັນ Pasteur ປາຣີ ເວົ້າສະເພາະ, ປະກອບສ່ວນນຳການພົວພັນສອງຝ່າຍກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງກວ່າອີກ, ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ເພື່ອຍູ້ແຮງການຮ່ວມມືຄົ້ນຄວ້າດ້ານການແພດ, ພິເສດແມ່ນກ່ຽວກັບພະຍາດໂຄວິດ - 19 ແລະ ບັນຫາພາຍຫຼັງໂຄວິດ - 19 ແລະ ບັນດາພະຍາດຕິດແປດທີ່ຫາກໍເກີດຂຶ້ນ, ລະບາດຄືນໃໝ່; ຍົກສູງກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານສາທາລະນະສຸກ…

ສ່ວນທ່ານ ສາດສະດາຈານ Stewart Cole, ຫົວໜ້າ ສະຖາບັນ Pasteur ປາຣີ ກໍເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ໃນນັ້ນໄດ້ຕີລາຄາສູງຕໍ່ວິໄສທັດ, ທັດສະນະຂອງທ່ານນາຍົກກ່ຽວກັບຍຸດທະສາດວັກຊີນ ເພື່ອກະກຽມໃຫ້ແກ່ກໍລະນີທີ່ຈະເກີດຂຶ້ນໃນອະນາຄົດ. ທ່ານສາດສະດາຈານກໍຢັ້ງຢືນວ່າ ສະຖາບັນ Pasteur ປາຣີ ປາດຖະໜາ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຝ່າຍ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ໂດຍສະເພາະແມ່ນການແລກປ່ຽນ, ບຳລຸງກໍ່ສ້າງຊັບພະຍາກອນ, ປະຕິບັດໂຄງການຄົ້ນຄວ້າຮ່ວມກັນ, ແບ່ງປັນໝາກຜົນແຫ່ງການຄົ້ນຄວ້າ, ພິເສດແມ່ນໃນຂົງເຂດວັກຊິນ, ຄຸ້ມຄອງວິກິດການດ້ານສາທາລະນະສຸກ, ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ ເພື່ອຮັບໃຊ້ແກ່ການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນ.


top